ນະຄອນໂຮ່ຈິມິນຍູ້ແຮງການຮ່ວມມືກັບນະຄອນ S.Petersburg, ສະຫະພັນລັດເຊຍ

(VOVWORLD) -ຕອນບ່າຍວັນທີ 28 ມິຖຸນາ, ທ່ານ ເລແທງລຽມ, ຮອງປະທານຜູ້ປະຈຳການຄະນະກຳມະການປະຊາຊົນນະຄອນໂຮ່ຈິມິນ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນນະຄອນ Saint Peterburg, ສະຫະພັນລັດເຊຍ ໂດຍທ່ານ Katanandov Sergey Leonidovich, ທູດພິເສດຂອງຜູ້ວ່າການ Saint Peterburg ກ່ຽວກັບບັນດາບັນຫາພັດທະນາສ້າງສາປະເທດຊາດ ແລະ ຮ່ວມມືກັບບັນດາອົງການຂອງສະຫະພັນລັດເຊຍ ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນໂຮ່ຈິມິນ ໃນລະຫວ່າງວັນທີ 27 – 30 ມິຖຸນາ.

ນະຄອນໂຮ່ຈິມິນຍູ້ແຮງການຮ່ວມມືກັບນະຄອນ S.Petersburg, ສະຫະພັນລັດເຊຍ - ảnh 1ນະຄອນໂຮ່ຈິມິນຍູ້ແຮງການຮ່ວມມືກັບນະຄອນ S.Petersburg, ສະຫະພັນລັດເຊຍ

(ພາບ: TTXVN)

ນະທີ່ນີ້, ທ່ານ ເລແທງລຽມ ຢືນຢັນວ່າ ວິວັດການພັດທະນາການຮ່ວມມື 2 ຝ່າຍລະຫວ່າງ 2 ນະຄອນໄລຍະ 2018 – 2020 ເຊິ່ງໄດ້ລົງນາມເມື່ອເດືອນ ພຶດສະພາ ຜ່ານມາ ໄດ້ສ້າງພື້ນຖານ, ປະຖົມປັດໃຈເພື່ອໃຫ້ 2 ຝ່າຍຍູ້ແຮງບັນດາການເຄື່ອນໄຫວຮ່ວມມື, ພິເສດແມ່ນໃນຂົງເຂດວັດທະນະທຳ, ທ່ອງທ່ຽວ, ວິທະຍາສາດ ເຕັກໂນໂລຊີ. ປະຈຸບັນແມ່ນຈຸດເວລາເໝາະສົມທີ່ສຸດເພື່ອໃຫ້ 2 ທ້ອງຖິ່ນນຳບັນດາຂໍ້ຕົກລົງໃນວິວັດການກາຍເປັນໝາກຜົນລະອຽດຕົວຈິງ.

      ສ່ວນທ່ານ Katanandov Sergey Leonidovich ໃຫ້ຮູ້ວ່າ, ນະຄອນ Saint Peterburg ໃຫ້ຄຳໝັ້ນສັນຍາວ່າ, ໃນໄລຍະຈະມາເຖິງຈະສົມທົບກັນຢ່າງແໜ້ນແຟ້ນກັບນະຄອນໂຮ່ຈິມິນ ເພີ່ມທະວີການເຄື່ອນໄຫວເຊື່ອມຕໍ່ການຮ່ວມມືຊາວໜຸ່ມ, ຍູ້ແຮງການພົວພັນແລກປ່ຽນ, ເພີ່ມທະວີຄວາມເຂົ້າໃຈເພື່ອປະກອບສ່ວນປັບປຸງ, ພັດທະນາການພົວພັນລະຫວ່າງ 2 ນະຄອນ.

ຕອບກັບ

ຂ່າວ/ບົດ​ອື່ນ