ນະຄອນໂຮ່ຈີມິນຕ້ອງສູ້ຊົນບໍ່ແຍກຫ່າງສັງຄົມໃນໄລຍະຍາວ

(VOVWORLD) -ນະຄອນ ໂຮ່ຈີມິນ ຕ້ອງປະຕິບັດບັນດາຂໍ້ກຳນົດໃນການປ້ອງກັນ, ຕ້ານໂລກລະບາດຢ່າງເຂັ້ມງວດ, ສູ້ຊົນສະກັດກັ້ນ, ບໍ່ປະໃຫ້ໂລກລະບາດແຜ່ລະບາດອອກສູ່ວົງກວ້າງໃນເຂດອຸດສາຫະກຳ.
ນະຄອນໂຮ່ຈີມິນຕ້ອງສູ້ຊົນບໍ່ແຍກຫ່າງສັງຄົມໃນໄລຍະຍາວ - ảnh 1ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ
(ພາບ: TTXVN)

ທີ່ກອງປະຊຸມທາງອອນລາຍໃນຕອນບ່າຍວັນທີ 17 ມິຖຸນາ ກັບນະຄອນໂຮ່ຈີມິນ ແລະ ແຂວງ ບັກຢາງ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ, ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ໄດ້ເນັ້ນວ່າ, ນະຄອນ ໂຮ່ຈີມິນ ຕ້ອງປະຕິບັດບັນດາຂໍ້ກຳນົດໃນການປ້ອງກັນ, ຕ້ານໂລກລະບາດຢ່າງເຂັ້ມງວດ, ສູ້ຊົນສະກັດກັ້ນ, ບໍ່ປະໃຫ້ໂລກລະບາດແຜ່ລະບາດອອກສູ່ວົງກວ້າງໃນເຂດອຸດສາຫະກຳ.

        “ນະຄອນ ໂຮ່ຈີມິນ ແມ່ນນະຄອນໃຫຍ່, ມີພົນລະເມືອງເປັນຈຳນວນຫຼາຍ, ຕ້ອງກວດຫາເຂດເກີດໂລກລະບາດໃຫ້ໄວເພື່ອຈຳກັດເຂດໃນວົງແຄບ, ສູ້ຊົນບໍ່ແຍກຫ່າງທົ່ວນະຄອນໃນໄລຍະຍາວເກີນໄປ ແລະ ບໍ່ປະໃຫ້ເກີດມີສະພາບຄຸ້ມຄອງເຂດທີ່ຖືກຈຳກັດການເຂົ້າ-ອອກບໍ່ເຂັ້ມງວດ. ຮີບເຮັ່ງຢັ້ງຢືນບັນດາເຂດທີ່ມີຄວາມປອດໄພແລ້ວ ເພື່ອປະຕິບັດການແຍກຫ່າງສັງຄົມໃນໄລຍະສັ້ນ.”

        ໃນຂະນະນັ້ນ, ແຂວງ ບັກຢາງ ໄດ້ອະນຸຍາດໃຫ້ 123 ວິສາຫະກິດກັບຄືນສູ່ການເຄື່ອນໄຫວຄືນໃໝ່, ດ້ວຍກຳມະກອນເກືອບ 20.000 ຄົນ. ຕາມທ່ານຮອງລັດຖະມົນຕີ ຫວູດຶກດາມ ແລ້ວ, ແຂວງ ບັກຢາງ ຕ້ອງຈັດແບ່ງເຂດແຍກຕົວລວມໝູ່ທີ່ຍັງມີກໍລະນີຕິດເຊື້ອ ແລະ ເຂດບໍ່ກວດພົບກໍລະນີ F0 ເປັນເວລາຫຼາຍວັນ, ຈາກນັ້ນສຸມໃສ່ບັນດາມາດຈະການແກ້ໄຂຢູ່ບັນດາເຂດແຍກຕົວລວມໝູ່ທີ່ບໍ່ມີຄວາມປອດໄພຢ່າງເຖິງຖອງ.

ຕອບກັບ

ຂ່າວ/ບົດ​ອື່ນ