ນະຄອນໂຮ່ຈິມິນຕ້ອງສ້າງເງື່ອນໄຂສະດວກກ່ຽວກັບສະພາບການລົງທຶນໃຫ້ວິສາຫະກິດເອີລົບ

ນະຄອນໂຮ່ຈິມິນຕ້ອງສ້າງເງື່ອນໄຂສະດວກກ່ຽວກັບສະພາບການລົງທຶນໃຫ້ວິສາຫະກິດເອີລົບ - ảnh 1
(ພາບປະກອບ)

(vovworld) – ຕອນ​ເຊົ້າ​ວັນ​ທີ 03/11, ການ​ນຳ​ຄະນະ​ກຳມະການ​ປະຊາ​ຊົນ​ນະຄອນ​ໂຮ່ຈິ​ມິນ ​ໄດ້​ມີ​ການ​ພົບ​ປະ​ເປັນ​ປະຈຳ​ກັບ​ສະຫະ​ສະ​ມາ​ຄົມ​ບັນດາ​ວິ​ສາ​ຫະກິດ​ເອີ​ລົບ. ​ເຂົ້າ​ຮ່ວມ​ການ​ພົບ​ປະ​ຍັງ​ມີ​ຜູ້ຕາງໜ້າ​ຫົວໜ້າສະຖານກົງສູນ​ບັນດາ​ປະ​ເທດ​ເຢຍລະ​ມັນ, ອີ​ຕາ​ລີ, ​ໂຮ​ນລັງ. ທີ່​ການ​ພົບ​ປະ, ການ​ນຳ​ນະຄອນ​ໄດ້​ຕີ​ລາຄາ​ສູງ​ຄວາມ​ສຳ​ຄັນ​ຂອງ​ບັນດາ​ວິ​ສາ​ຫະກິດ​ເອີ​ລົບ ທີ່ພວມ​ລົງທຶນ​ຢູ່​ທີ່​ນີ້. ທາງ​ນະຄອນ​ກໍ​ພວ​ມຍູ້​ແຮງ​ການ​ປະ​ຕິ​ຮູບ​ລະ​ບຽບການ​ບໍລິຫານ ​ແລະ ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ບັນດາ​ນັກ​ລົງທຶນ.

      ທີ່​ການ​ພົບ​ປະ, ບັນ​ດາ​ວິ​ສາ​ຫະກິດ​​ເອີ​ລົບ ​ໄດ້​​ແລກປ່ຽນ​ກັບ​ການ​ນຳ​ນະຄອນ​ກ່ຽວ​ກັບບາງ​ບັນຫາ​ຄື: ຊັບ​ສິນ​ທາງ​ປັນຍາ, ການກໍ່ສ້າງ​ລະບົບ​ພື້ນຖານ​ໂຄງ​ລ່າງ​ຄົມ​ມະນະ​ຄົມ, ຂັ້ນ​ຕອນ​ອອກ​ໜັງສື​ອະນຸຍາດ​ດຳ​ເນ​ີນທຸລະ​ກິດ ຫຼື ​ເລື່ອງ​ບັນດາ​ວິ​ສາ​ຫະກິດ​ຕ່າງປະ​ເທດ ​ເຂ​ົ້າຮ່ວມ​ການ​ຊື້​ຮຸ້​ນບັນດາ​ລັດ​ວິ​ສາ​ຫະກິດ.

ຂ່າວ/ບົດ​ອື່ນ