ນະຄອນໂຮ່ຈິມີນຕ້ອນຮັບຫລຽນໄຊແຮງງານຊັ້ນຫນຶ່ງຂອງປະທານປະເທດສປປລາວ

(VOVWORLD) -ຕອນເຊົ້າວັນທີ 18 ກໍລະກົດ ຢູ່ ນະຄອນ ໂຮ່ຈິມີນ ໄດ້ດຳເນີນ ພິທີປະດັບຫລຽນໄຊແຮງງານຊັ້ນຫນຶ່ງຂອງປະທານປະເທດ ສປປ ລາວ ໃຫ້ແກ່ ຄະນະກຳມະການປະຊາຊົນນະຄອນໂຮ່ຈິມີນ.
ນະຄອນໂຮ່ຈິມີນຕ້ອນຮັບຫລຽນໄຊແຮງງານຊັ້ນຫນຶ່ງຂອງປະທານປະເທດສປປລາວ - ảnh 1ທ່ານຫງວຽນແທ່ງຟອງ, ປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈິມີນ ຮັບຫລຽນໄຊແຮງງານຊັ້ນຫນຶ່ງຂອງລັດລາວ

ທີ່ພິທີ, ທ່ານ ຫງວຽນທ້ຽນເຍີນ, ເລຂາຄະນະພັກນະຄອນ ໂຮ່ຈິມີນ ໄດ້ສະແດງຄວາມເປັນກຽດ ແລະ ມີຄວາມປິຕິຊົມຊຶ່ນເມື່ອເຫັນວ່າ ພັກ, ລັດ ລາວ ມີຄວາມເຊື່ອໝັ້ນ, ຮັບຮູ້ບັນດາການປະກອບສ່ວນຂອງນະຄອນໂຮ່ຈິມີນ ເຂົ້າໃນຄວາມສາມັກຄີມິດຕະພາບ ແລະ ການພັດທະນາຂອງສອງລັດໃນໄລຍະຜ່ານມາ. ທ່ານ ຫງວຽນທ້ຽນເຍີນ, ເລຂາຄະນະພັກນະຄອນ ໂຮ່ຈິມີນ ໄດ້ຕີລາຄາສູງບັນດາໝາກຜົນການຮ່ວມມືອັນໃຫຍ່ຫລວງລະຫວ່າງສອງປະເທດໃນທຸກຂົງເຂດ. ແລະກໍ່ໃນຕອນເຊົ້າວັນດຽວກັນ, ຢູ່ ຖະຫນົນຍ່າງ ຫງວຽນເຫ້ວ, ນະຄອນໂຮ່ຈິມີນ ໄດ້ໄຂ ງານວາງສະແດງ ພາບຖ່າຍ 87 ແຜ່ນ ໂດຍແນະນຳສາຍພົວພັນສະຫນິດແຫນ້ນລະຫວ່າງສອງປະເທດ ຫວຽດນາມ ແລະ ລາວ ໃນໄລຍະຕໍ່ສູ້ຕ້ານພວມລ່າເມືອງຂຶ້ນ ຝລັ່ງ ແລະ ຈັກກະພັດ ອາເມລິກາ ຍາດເອົາເອກະລາດ.

ທີ່ແຂວງ ດ້ຽນບຽນ ໄດ້ໄຂລາຍການພົບປະແລກປ່ຽນ ຊາວຫນຸ່ມກອງທັບຫວຽດນາມ ແລະລາວ “ຮ່ວມສາຍພູຫລວງຖານສະຫາຍ”, ຕອນເຊົ້າວັນທີ 18 ກໍລະກົດ, ພົນຈັດຕະວາ ເລຮ່ຽນເວີນ, ຮອງຫົວຫນ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ພ້ອມກັບບັນດາຜູ້ແທນສອງປະເທດ ໄດ້ໄປຖະຫວາຍທູບທຽນອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫລະຊີວິດ, ທະຫານອາສາສະໝັກຫວຽດນາມ ເສຍສະຫລະຊີວິດຢູ່ບັນດາສະຫນາມຮົບລາວຢູ່ສຸສານນັກຮົບເສຍສະຫລະຊີວິດຢູ່ບໍລິເວນແຂວງ.

ຕອບກັບ

ຂ່າວ/ບົດ​ອື່ນ