ນະຄອນໂຮ່ຈີມິນຖືກຈັດເຊົ້າ top 3 ຕະຫລາດອະສັງຫາລິມະຊັບດີສຸດຢູ່ອາຊີ-ປາຊີຟິກ

(VOVWORLD) -ບົດລາຍງານການສຳຫລວດສັງຄົມປະກາດໃນວັນທີ 12 ພະຈິກ ໃຫ້ຮູ້ວ່າ: 
ນະຄອນໂຮ່ຈີມິນຖືກຈັດເຊົ້າ top 3 ຕະຫລາດອະສັງຫາລິມະຊັບດີສຸດຢູ່ອາຊີ-ປາຊີຟິກ - ảnh 1ນະຄອນ ໂຮ່ຈີມິນ (ພາບ:TTXVN)

ນະຄອນ ໂຮ່ຈີມິນ ຍາດໄດ້ອັນດັບ 3 ໃນບັນດາຕົວເມືອງມີສະພາບແວດລ້ອມແຫ່ງການລົງທຶນອະສັງຫາລິມະຊັບດີສຸດຢູ່ ພາກພື້ນ ອາຊີ - ປາຊິຟິກ, ຖັດຈາກ ສິງກະໂປ ແລະ ໂຕກຽວ ຂອງຍີ່ປຸ່ນ. ບົດລາຍງານໃຫ້ຮູ້ວ່າ: ຍ້ອນສະພາບພູມສາດການເມືອງຢູ່ພາກພື້ນພວມນັບມື້ນັບມີການປ່ຽນແປງຫລາຍຢ່າງ, ບັນດານັກລົງທຶນໄດ້ສຸມໃສ່ໄປຍັງບັນດາຕະຫລາດມີຄວາມສ່ຽງຫນ້ອຍກວ່າ. ນະຄອນ ໂຮ່ຈີມິນ ຢືນອັນດັບ 3, ຖັດມາແມ່ນ ນະຄອນ Sydney ແລະ Melbourne ຂອງອົດສະຕາລີ. ຮົ່ງກົງ ປະເທດຈີນ ຢືນອັນດັບສຸດທ້າຍໃນຕາຕະລາງຈັດອັນດັບ.

ຕອບກັບ

ຂ່າວ/ບົດ​ອື່ນ