ນະຄອນໂຮ່ຈີມິນປຸກລະດົມບັ້ນ “ໂມງເພື່ອໂລກຂຽວ 2015“



(vovworld) – ຕອນ​ເຊົ້າ​ວັນ​ທີ 14/3, ຢູ່​ນະຄອນ​ໂຮ່ຈີ​ມິນ ​ໄດ້​ດຳ​ເນີນ​ພິທີ​ປະກາດ ​ແລະ ​ເລີ່​ມປຸກລະດົມ​ບັ້ນ​ເຄື່ອນ​ໄຫວ “​ໂມງ​​ເພື່ອ​ໂລກຂຽວ 2015“ ດ້ວຍ​ສານ​ທີ່​ວ່າ: “​​​ການ​ກະທຳ​ຂຽວ“, “​ໂມງ​​ເພື່ອ​ໂລກ​ຂຽວ 2015“

​​ເຊິ່ງເນັ້ນ​ໜັກ​ເຖິງ​ສະຕິທີ່​ວ່າ “ການ​ກະທຳ​ຂອງ​ເພື່ອນ​ມື້​ນີ້​​ ເປັນ​ການສ່ອງ​ແສງ​​ໜ່ວຍ​ໂລກ​ໃນອະນາຄົດ“ ດ້ວຍ​ຄຳ​ຮຽກຮ້ອງ: “ຈົ່ງ​ພ້ອມ​ກັບ​ພວກ​ເຮົາ​ມີການ​ກະທຳ​ຂຽວ​ເພື່ອ​ອະນາຄົດ​ຂຽວ“. ປີ​ນີ້, ​ເຫດການ​ດັ່ງກ່າວ​ມີ​ສອງ​ໂຄງການ​​ໃໝ່​ຕື່ມ​ອີກ​ນັ້ນ​ແມ່ນ​ໂຄງການ “ໜໍ່​ແນວ​ຂຽວ​ໂມງ​​ເພື່ອໂລກຂຽວ“ ​ແລະ ​ໂຄງການ “ຂ້ອຍຮັກ​ຫວຽດນາມ ​ຂຽວ“… ນອກ​ນັ້ນ, ​ບັນດາ​ໂຄງການ​ທີ່​ບັນລຸ​ປະສິດທິ​ຜົນ​ຂອງ​ຊຸມ​ປີ​ກ່ອນ​ຍັງ​ຄົງ​ຈັດ​ຕັ້ງ​ຢູ່… ​ໃນ​ເວລາ​ພຽງ 3 ຊົ່ວ​ໂມງຂອງ​ຕອນ​ເຊົ້າ​ວັນ​ທີ 14/3, ​ໄດ້​ມີ​ນັກ​ອາສາ​ສະໝັກ 3000 ​ເທື່ອ​ຄົນ​ຈົດ​ທະບຽນ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ນີ້. ພາຍຫຼັງ​ພິທີ​ປຸກລະດົມ, ​ໂຄງການ “ການ​ເຄື່ອນ​​ເໜັງຂຽວ“ ຖີບ​ລົດ​ໂຄສະນາ​ເລີ່​ມດຳ​ເນີນ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ ທູດ 2 ຄົນ​ຂອງ​ລາຍການ ​ແລະ ນັກ​ອາສາ​ສະໝັກ​ກວ່າ 1 ພັນ​ຄົນ. ອ້າຍ​ ຟຸ່ງທ໋າຍກວາງ, ຫົວໜ້າ​ຄະນະ​ຊາວ​ໜຸ່ມ - ກຳມະການ​ຂອງ​ຄະນະ​ຊາວ​ໜຸ່ມ​ນະຄອນ​ໂຮ່ຈີ​ມິນ, ສະມາຊິກ​ຄະນະ​ຈັດ​ຕັ້ງ “​ໂມງ​ເພື່ອ​ໂລກ​ຂຽວ 2015“, ​ໃຫ້​ຮູ້​ວ່າ:

        “ຄວາມ​ປາຖະໜາ​ຂອງ​ຄະນະ​ຈັດ​ຕັ້ງ​ລາຍການ “​ໂມງ​ເພື່ອ​ໂລກ​ຂຽວ 2015“ ນັ້ນ​ແມ່ນ, ພວກ​ເຮົາ​ຕ້ອງ​ມີ​ການ​ກະທຳ​ລະອຽດ​ຄື: ​ເຂົ້າ​ຮ່ວມ​ການ​ປະຢັດ​ພະລັງງານ, ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ຈາກ​ນັ້ນ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ຮັກສາສະພາບ​ແວດ​ລ້ອມ​ແຫ່ງ​ການ​ດຳລົງ​ຊີວິດ​​ໃຫ້ປອດ​ໂປ່​ງ ​ແລະ ມີ​ຄວາມສຸກ​ຢ່າງ​ແທ້​ຈິງ“.


ຂ່າວ/ບົດ​ອື່ນ