ນະຄອນໂຮ່ຈິມີນປາດຖະຫນາຢາກຍູ້ແຮງການຮ່ວມມືກັບອົງການພາສາຝລັ່ງສາກົນ

(VOVWORLD) -ຕອນຄ່ຳວັນທີ 17 ມີນາ, ທ່ານ ເລວັນຄວາ ຮອງປະທານຄະນະກຳມະການປະຊາຊົນ ນະຄອນ ໂຮ່ຈິມີນ ໄດ້ໃຫ້ການຕ້ອນຮັບທ່ານ Adama Ouane ຜູ້ອຳນວຍການອົງການພາສາຝລັ່ງສາກົນ (OIF) ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ ແລະ ເຂົ້າຮ່ວມບັນດາການເຄື່ອນໄຫວຊຸມວັນພາສາ ຝລັ່ງສາກົນ ຢູ່ ນະຄອນ ໂຮ່ຈິມີນ. 

ນະຄອນໂຮ່ຈິມີນປາດຖະຫນາຢາກຍູ້ແຮງການຮ່ວມມືກັບອົງການພາສາຝລັ່ງສາກົນ - ảnh 1 ທ່ານ ເລວັນຄວາ ຮອງປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈິມີນ ມອບຂອງຂວັນໃຫ້ແກ່ທ່ານ Adama Ouane ຜູ້ອຳນວຍອົງການ OIF

ພາບ:hcmcpv.org.vn

ນະທີ່ນີ້, ທ່ານ ເລວັນຄວາ ຮອງປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈິມີນ ຕີລາຄາສູງບົດບາດຂອງ OIF ໃນບັນດາບັນຫາສາກົນ ແລະ ພາກພື້ນ, ຜ່ານນັ້ນສະແດງໃຫ້ເຫັນການເຕີບໃຫຍ່, ພັດທະນາຂອງອົງການ OIF, ເປັນຕົ້ນແມ່ນການເຄື່ອນໄຫວສ້າງສັນຕິພາບ, ຊຸກຍູ້ການຮ່ວມມືດ້ານການສຶກສາ, ເປີດກວ້າງປະຊາຄົມພາສາຝລັ່ງສາກົນ.

ທ່ານ Adama Ouane ຢືນຢັນວ່າ: ຫວຽດນາມ ເວົ້າລວມ, ນະຄອນໂຮ່ຈິມີນ ເວົ້າສະເພາະ ມີບົດບາດສຳຄັນໃນການພົວພັນ ລະຫວ່າງ OIF ກັບພາກພື້ນ ອາຊີ - ປາຊີຟິກ, ແມ່ນສູນກາງໃນການພັດທະນາປະຊາຄົມພາສາຝລັ່ງ ສາກົນຂອງ OIF ໃນພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ