ນະຄອນໂຮ່ຈີມິນປາດຖະໜາຢາກຊຸກຍູ້ການຮ່ວມມືກັບRomania

ນະຄອນໂຮ່ຈີມິນປາດຖະໜາຢາກຊຸກຍູ້ການຮ່ວມມືກັບRomania - ảnh 1
ພາບປະກອບ

(vovworld) – ​ວັນ​ທີ 15/6, ທ່ານ ​ເຈີ່ນ​ຫວີງ​ຕ໋ວຽນ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ​ໂຮ່ຈີ​ມິນ ​ໄດ້​ຕ້ອນຮັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ Romania ​ໂດຍ​ທ່ານ Vlad Vasiliu, ລັດຖະມົນຕີ​ກະຊວງ​ເສດຖະກິດ, ການ​ຄ້າ ​ແລະ ສິ່ງ​ແວດ​ລ້ອມ ດຳ​ເນີນ​ທຸລະ​ກິດ Romania, ນຳ​ໜ້າ​ພວມ​ມີ​ການ​ຢ​້ຽມຢາມ ​ແລ​ະ ​ເຮັດ​ວຽກ​ຢູ່ ຫວຽດນາມ. ທ່ີ​ການ​ຕ້ອນຮັບ, ທ່ານ ​ເຈີ່ນ​ຫວີງ​ຕ໋ວຽນ ຖື​ວ່າ: ຄະນະ​ຜູ້​ແທນ Romania ມາ ຫວຽດນາມ ຄັ້ງ​ນີ້​ມີ​ຫຼາຍ​ວິ​ສາ​ຫະກິ​ດ​ແຖວ​ໜ້າໃນ​ຂົງ​ເຂດ​​ໂທລະ​ຄົມ, ​ໄຟຟ້າ - ​ເອ​ເລັກ​ໂຕ​ນິກ, ພະລັງງານ… ​ເຊິ່ງແມ່ນ​ບັນດາ​ຂົງ​ເຂດ​ທີ່ນະຄອນ ​ໂຮ່ຈີ​ມິນ ພວມ​ຮຽກຮ້ອງ​ການ​ລົງທຶນ. ດັ່ງ​ນັ້ນ, ນີ້​ແມ່ນ​ກາລະ​ໂອກາດ​ເພື່ອ​ໃຫ້ 2 ຝ່າຍ​ຊອກຮູ​້, ສົ່ງ​ເສີມ​ການ​ຮ່ວມ​ມື. ນະຄອນ​ຈະ​ສ້າງ​ເງື່ອນ​ໄຂ​ໃຫ​້ບັນດາ​ວິ​ສາ​ຫະກິດ​ຕ່າງປະ​ເທດ, ​ໃນ​ນັ້ນ​ມີ Romania ລົງທຶນ, ດຳ​ເນີນ​ທຸລະ​ກິດ​ຢູ່​ນະຄອນ. ສ່ວນ​ທ່ານ Vlad Vasiliu ​ໃຫ້​ຮູ້​ວ່າ: Romania ປາດ​ຖະໜາ​ຢາກ​ເພີ່ມ​ທະວີ, ຊຸກຍູ້​ການ​ຮ່ວມ​ມື​ກັບ ຫວຽດນາມ, ພິ​ເສດ​ແມ່ນ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ບັນດາ​ທ້ອງ​ຖິ່ນ​ຂອງ 2 ປະ​ເທດ. ​ໃນ​ນັ້ນ, Romania ຕີ​ລາຄາ​ສູງ​ການ​ພັດທະ​ນາ​ກໍ່​ຄື​ບົດບາດ​ຂອງ​ນະຄອນ ​ໂຮ່ຈີ​ມິນ ​ໃນ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ. ປະຈຸ​ບັນ, ວິ​ສາ​ຫະກິດ Romania ຫຼາຍ​ແຫ່ງ​ປາດ​ຖະໜາ​ຢາກ​ຊຸກຍູ້​ການ​ຮ່ວມ​ມື​ລົງ​ທືນຢູ່ ຫວຽດນາມ ​ເວົ້າ​ລວມ ​ແລະ ນະຄອນ ​ໂຮ່ຈີ​ມິນ ​ເວົ້າ​ສະ​ເພາະ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ພັດທະນາ​ພື້ນຖານ​ໂຄງ​ລ່າງຄົມມະນາຄົມ ​ແລະ ຕົວ​ເມືອງ.


ຂ່າວ/ບົດ​ອື່ນ