ນະຄອນໂຮ່ຈີມິນປາຖະໜາຢາກຊຸກຍູ້ການຮ່ວມມືກັບທ້ອງຖີ່ນຕ່າງໆຂອງການາດາ

ນະຄອນໂຮ່ຈີມິນປາຖະໜາຢາກຊຸກຍູ້ການຮ່ວມມືກັບທ້ອງຖີ່ນຕ່າງໆຂອງການາດາ - ảnh 1
(ພາບປະກອບ)

(vovworld) - ຕອນ​ບ່າຍ​ວັນ​ທີ 7/9, ທີ່​ການ​ຕ້ອນຮັບ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ກາ​ນາ​ດາ Stephane Dion ທີ່​ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ​ນັ້ນ, ທ່ານ ຫງວຽນ​ແທ່ງ​ຟອງ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ​ໂຮ່ຈີ​ມິນ​ ສະ​ແດງ​ຄວາມ​ປາຖະໜາ​ວ່າ, ລັດຖະບານ ກາ​ນາ​ດາ ຈະ​ເອົາ​ໃຈ​ໃສ່​ສ້າງ​ເງື່ອນ​ໄຂ​ພັດທະນາ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ລັດຖະບານ ກາ​ນາ​ດາ ​ແລະ ທ້ອງ​ຖີ່​ນຕ່າງໆ​ຂອງ ກາ​ນາ​ດາ ກັບນະຄອນ ​ໂຮ່ຈີ​ມິນ ​ໃນ​ຂົງ​ເຂດ​ທີ່ ກາ​ນາ​ດາ​ ມີ​ທ່າ​ແຮງ​ເຊັ່ນ: ການ​ລົງທຶນ​ດ້ານ​ເສດຖະກິດ, ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ, ການ​ສຶກສາ​ມະຫາວິທະຍາ​ໄລ, ການ​ພັດທະນາ​ເຕັກ​ໂນ​ໂລ​ຢີສະອາດ… ສ່ວນ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ກາ​ນາ​ດາ Stephane Dion ກໍ່​ຢືນຢັນ​ພ້ອມ​ແລ້ວ​ທີ່​ຈະ​ຮ່ວມ​ມື​ກັບ​ນະຄອນ ​ໂຮ່ຈີ​ມິນ ​ແລະ ຖື​ລາຍການ​ຮ່ວມ​ມື​ກັບ​ນະຄອນ ​ໂຮ່ຈີ​ມິນ​ ແມ່ນ​ຈຸດ​ສຸມ​ໃນ​ແຜນການ​ສ້າງ​ລາຍການ​ພົວພັນຮ່ວມ​ມືລະຫວ່າງ​ສອງ​ປະ​ເທດ​ໃນ​ອະນາຄົດ. ທີ່​ການ​ເຮັດ​ວຽກ, ສອງ​ຝ່າຍ​ກໍ່​ຖື​ວ່າ, ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ບໍ່​ທັນ​ສົມ​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ​​ພັດທະນການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສອງ​ລັດຖະບານ ​ແລະ ລະຫວ່າງ​ທ້ອງ​ຖີ່​ນຕ່າງໆ​ຂອງ​ສອງ​ປະ​ເທດ​ເທື່ອ. ​ໃນ​ໄລຍະ​ຈະ​ມາ​ເຖິງ, ຫວຽດນາມ ​ເວົ້າ​ລວມ ​ແລະ ນະຄອນ ​ໂຮ່ຈີ​ມິນ ​ເວົ້າ​ສະ​ເພາະ ກໍ່​ຄື ກາ​ນາ​ດາ​ ຄວນ​ສ້າງ​ບັນດາ​ຂົງ​ເຂດ​ຈຸດ​ສຸມ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ, ຜ່ານ​ນັ້ນ​ປະກອບສ່ວນ​​ເຮັດ​ໃຫ້ການ​ພົວພັນນັບ​ມື້​ນັບ​ແທດ​ຈິງ, ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ສອງ​ປະ​ເທດ.

ຂ່າວ/ບົດ​ອື່ນ