ນະ​ຄອນ​ໂຮ່​ຈີ​ມິນ​ຜັນ​ຂະ​ຫຍາຍ​ມາດ​ຕະ​ການ​ຍູ້​ແຮງ ການ​ສົ່ງ​ອອກ ແລະ ກະ​ຕຸກ​ຊຸກ​ຍູ້​ພາຍ​ໃນ

(VOVWORLD) - ຕອນບ່າຍວັນທີ 28 ເມສາ, ຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ ໄດ້ຈັດກອງປະຊຸມ ຕີລາຄາການປະຕິບັດໜ້າທີ່ພັດທະນາເສດຖະກິດ ສັງຄົມ 4 ເດືອນຕົ້ນປີ ແລະ ຜັນຂະຫຍາຍໜ້າທີ່ໃນຊຸມເດືອນທ້າຍປີ 2023.
ນະ​ຄອນ​ໂຮ່​ຈີ​ມິນ​ຜັນ​ຂະ​ຫຍາຍ​ມາດ​ຕະ​ການ​ຍູ້​ແຮງ ການ​ສົ່ງ​ອອກ ແລະ ກະ​ຕຸກ​ຊຸກ​ຍູ້​ພາຍ​ໃນ - ảnh 1ກອງປະຊຸມ (ພາບ: dangcongsan.vn)

ໃນ 4 ເດືອນຜ່ານມາ, ດັດຊະນີການຜະລິດຂະແໜງອຸດສາຫະກຳ ຂອງນະຄອນເພີ່ມຂຶ້ນ 1,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ຂະແໜງຂາຍຍ່ອຍ ມີການປ່ຽນແປງຢ່າງຕັ້ງໜ້າ, ຍອດລະດັບສິນຄ້າຂາຍຍ່ອຍ ແລະ ລາຍຮັບການບໍລິການຊົມໃຊ້ຄາດວ່າເພີ່ມ 5% ເມື່ອທຽບໃສ່ປີກາຍ. ສະເພາະການສົ່ງອອກຄາດວ່າບັນລຸ ກ່ວາ 13 ຕື້ USD, ຫຼຸດລົງ 19,8%ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ທ່ານບຸຍຕາຮ່ວາງຫວູ - ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້ານະຄອນໂຮ່ຈີມິນໃຫ້ຮູ້ວ່າ:

ພວກຂ້າພະເຈົ້າຈະຈັດງານຕະຫຼາດນັດສິນຄ້າ ຫວຽດນາມ ສົ່ງອອກ. ນີ້ແມ່ນການເຄື່ອນໄຫວເພື່ອໃຫ້ບັນດາຜູ້ຊື້, ຜູ້ມີລະບົບຮ້ານສັບພະສິນຄ້າຕ່າງປະເທດ ພົບປະກັບບັນດາວິສາຫະກິດ        ຜະລິດສິນຄ້າສົ່ງອອກໃຫຍ່ຂອງ ຫວຽດນາມ ຢູ່ນະຄອນໂຮ່ຈີມິນ. ໂຄງການໂປຼໂມຊັນສຸມໃສ່ ໂດຍຄະນະກຳມະການປະຊາຊົນນະຄອນເປັນປະທານ ຈະໄດ້ຜັນຂະຫຍາຍຢ່າງຮີບດ່ວນແຕ່ເດືອນພຶດສະພາ ແລະ ເດືອນມິຖຸນາ.

ຕອບກັບ

ຂ່າວ/ບົດ​ອື່ນ