ນະຄອນໂຮ່ຈີມິນພົບປະສັງສັນຕົ້ນລະດູບານໃໝ່ປີລະກາກັບພໍ່ແມ່ປະຊາຊົນອາໄສຢູ່ຕ່າງປະເທດ

ນະຄອນໂຮ່ຈີມິນພົບປະສັງສັນຕົ້ນລະດູບານໃໝ່ປີລະກາກັບພໍ່ແມ່ປະຊາຊົນອາໄສຢູ່ຕ່າງປະເທດ - ảnh 1
ນະຄອນໂຮ່ຈີມິນ (ພາບປະກອບ)

(vovworld) – ​​ ວັນ​ທີ 08/02 ຄະ​ນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ​ນະຄອນ ​ໂຮ່ຈີ​ມິນ ​ແລະ ສະມາຄົມ​ຕິດ​ຕໍ່​ພົວພັນ​ຊາວ ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດນະຄອນ​ຈັດ​ຕັ້ງ​ການ​ພົບ​ປະ​ສັງ​ສັນ​ຕົ້ນ​ລະດູບານ​ໃໝ່ ກັບພໍ່​ແມ່​ປະຊາຊົນ ​ແລະ ຍາດຕິ​ພີ​ນ້ອງ​ພໍ່​ແມ່​ປະຊາຊົນຊາວ ຫວຽດນາມ ​ອາ​ໄສ​ຢູ່​ຕ່າງປະ​ເທດ. ສະມາຄົມ​ຕິດ​ຕໍ່​ພົວພັນ​ກັບຊາວ ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ນະຄອນ ​ໂຮ່ຈີ​ມິນ ​ໄດ້​ຮັບ​ການ​ສ້າງ​ຕັ້ງ​​ໃນ10 ປີຜ່ານມາ ​ໄດ​້ກາຍ​ເປັນ​ສະຖານ​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ​​ໃຫ້​ພໍ່​ແມ່​ປະຊາຊົນ​ເມື່ອ​ກັບ​ເມືອ​ຢ້ຽມຢາມ​ບ້ານ​​ເກີດ​ເມືອງ​ນອນ. ພິ​ເສດ, ​ເລື່ອງ​ສ້າງ​ຕັ້ງ​ສູນ​ໜູນ​ຊ່ວຍ​ພໍ່​ແມ່​ປະຊາຊົນ​ອາ​ໄສ​ຢູ່​ຕ່າງປະ​ເທດ ​​ໄດ້​ເປັນ​ຂົວ​ຕໍ່​ຊ່ວຍ​ໃຫ້​ພໍ່​ແມ່​ປະຊາຊົນ​ດຳ​ເນີນ​ບັນດາ​ລະບຽບ​ການ​ຢ່າງ​ວ່ອງ​ໄວ​ຄື: ຊື້​ເຮືອ​ນ, ຈົດທະບຽບການ​ດຳ​ເນີນ​ທຸລະ​ກິດ, ອາ​ໄສ, ຕໍ່​ວິຊາ​ເຂົ້າ​ອອກ​ເມືອງ…​ທ່ານ​ນາງ ຫງວຽນ​ທິມີງ​ເຟືອງ ຮອງ​ປະທານ​ທັງ​ເລຂາທິການ​ໃຫຍ່​ສະມາຄົມ​ຕິດ​ຕໍ່​ພົວພັນ​ກັບ​ຊາວ ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ນະຄອນ ​ໂຮ່ຈີ​ມິນ ​ໃຫ້​ຮູ້​ວ່າ:

        “ກ່ຽວ​ກັບ​ບັນຫາ​ກົດໝາຍ, ​ນະ​ໂຍບາຍ ພວກ​ຂ້າພະ​ເຈົ້າ​ມີ​ພາກສ່ວນ​ໃຫ້​ຄຳປຶກສາກ່ຽວ​ກັບ​ບັນດາ​ກົດໝາຍ​ທີ່​ກ່ຽວຂ້ອງ​ເຖິງ​ພໍ່​ແມ່​ປະຊາຊົນ​ອາ​ໄສ​ຢູ່​ຕ່າງປະ​ເທດ. ຖ້າ​ຫາ​ກ ພໍ່​ແມ່ປະຊາຊົນ​ຢາກ​ກັບ​ເມືອ​ປະ​ເທດ​ດຳລົງ​ຊີວິດ ​ຫຼື ດຳ​ເນີນ​ທຸລະ​ກິດ ທີ່ພວກ​ຂ້າພະ​ເຈົ້າກໍ່​ມີ​ບັນດາ​ການ​ເຄື່ອນ​ໄຫວ​ຊ່ວຍ​ເຫຼືອ​ພໍ່​ແມ່​ປະຊາຊົນ.

        ປະຈຸ​ບັນປະຊາ​ຄົມຊາວ ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດມີ​ກ່ວາ 4,5 ລ້ານ​ຄົນ​ພວມ​ດຳລົງ​ຊີວິດ, ຮ່ຳຮຽນ ​ແລະ ​ເຮັດ​ວຽກ​ຢູ່ 103 ປະ​ເທດ ​ແລະ ​ເຂດ​ແຄ້ວ​ນ.

ຕອບກັບ

ຂ່າວ/ບົດ​ອື່ນ