ນະຄອນໂຮ່ຈີມິນມອບຂອງຂວັນໜູນຊ່ວຍນະຄອນຫຼວງ ພະນົມເປັນ ແລະ ວຽງຈັນ

(VOVWORLD) -ທ່ານ ຫງວຽນແທ່ງຟອງ ໄດ້ມອບຂອງຂວັນໜູນຊ່ວຍເປັນເງິນສົດທີ່ມີມູນຄ່າ 50.000 USD ໃຫ້ອຳນາດການປົກຄອງນະຄອນຫຼວງ ພະນົມເປັນ ແລະ ວຽງຈັນ.
ນະຄອນໂຮ່ຈີມິນມອບຂອງຂວັນໜູນຊ່ວຍນະຄອນຫຼວງ ພະນົມເປັນ ແລະ ວຽງຈັນ - ảnh 1(ພິທີມອບຂອງຂວັນ)

ພິທີມອບຂອງຂວັນຂອງຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ ທີ່ມອບໃຫ້ອຳນາດການປົກຄອງ 2 ນະຄອນຫຼວງ ພະນົມເປັນ (ກຳປູເຈຍ) ແລະ ວຽງຈັນ (ລາວ) ຖືກດຳເນີນໃນຕອນເຊົ້າວັນທີ 07 ພຶດສະພາ ທາງອອນລາຍເຊື່ອມຕໍ່ລະຫວ່າງນະຄອນ ໂຮ່ຈີມິນ - ພະນົມເປັນ - ວຽງຈັນ, ດ້ວຍການເຂົ້າຮ່ວມຂອງທ່ານປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ ຫງວຽນແທ່ງຟອງ, ທ່ານເຈົ້າຄອງນະຄອນຫຼວງພະນົມເປັນ Penh Khuong Sreng ແລະ ທ່ານເຈົ້າຄອງນະຄອນຫຼວງວຽງຈັນ ອາດສະ­ພັງທອງ ສີພັນດອນ. ທ່ານປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ ຫງວຽນແທ່ງຟອງ ໄດ້ຕີລາຄາສູງບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດຂອງທັງ 2 ນະຄອນຫຼວງ, ທ່ານຢືນຢັນວ່າ ອຳນາດການປົກຄອງນະຄອນໂຮ່ຈີມິນ ຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອໜູນຊ່ວຍ 2 ນະຄອນໃນໄລຍະປະສົບກັບຄວາມຫຍຸງຍາກ, ພ້ອມທັງສະແດງຄວາມຫວັງວ່າ ໂລກລະບາດຢູ່ທັງ 3 ປະເທດຫວຽດນາມ, ລາວ, ກຳປູເຈຍ ຈະໄດ້ຮັບການຄວບຄຸ້ມໂດຍໄວ ເພື່ອຟື້ນຟູບັນດາການເຄື່ອນໄຫວຮ່ວມມື, ພົບປະແລກປ່ຽນ. ເນື່ອງໃນໂອກາດນີ້, ທ່ານ ຫງວຽນແທ່ງຟອງ ໄດ້ມອບຂອງຂວັນໜູນຊ່ວຍເປັນເງິນສົດທີ່ມີມູນຄ່າ 50.000 USD ໃຫ້ອຳນາດການປົກຄອງນະຄອນຫຼວງ ພະນົມເປັນ ແລະ ວຽງຈັນ.

ຕອບກັບ

ຂ່າວ/ບົດ​ອື່ນ