ນະຄອນໂຮ່ຈິມິນມອບນາມມະຍົດໃຫ້ແມ່ຫວຽດນາມວິລະຊົນກ່ວາ320ຄົນ

ນະຄອນໂຮ່ຈິມິນມອບນາມມະຍົດໃຫ້ແມ່ຫວຽດນາມວິລະຊົນກ່ວາ320ຄົນ - ảnh 1
ພິທີມອບນາມມະຍົດ​ແມ່​ຫວຽດນາມ​ວິລະ​ຊົນ
(ພາບ: Hoàng Hải/TTXVN)


(vovworld) –  ກ່າວ​ຄຳ​ເຫັນທີ່​ພິທີ​ ເຊິ່ງດຳ​ເນີນ​ໃນ​ວັນ​ທີ 21/4, ທ່ານ​ ເລ​ແທງ​ຫາຍ, ​ເລຂາຄະນະ​ພັກ​ນະຄອນ​ໂຮ່ຈິ​ມິນ, ສະ​ແດງ​ຄວາມ​ຮູ້​ບຸນຄຸນ​ຢ່າງ​ຈິງ​ໃຈ​ຕໍ່​ບັນດາ​ແມ່​ຫວຽດນາມ ວິລະ​ຊົນ ​ແລະ ຄອບຄົວ​ຜູ້​ທີ່​ມີ​ຄຸນງາມຄວາມດີ​ໄດ້​ຮັບ​ ນາມມະຍົດ​ທີ່​ສູງ​ສົ່ງ​ຈາກ​ພັກ, ລັດ. ​ເລື່ອງ​ມອບນາມມະຍົດ​ “​ແມ່​ຫວຽດນາມ​ວິລະ​ຊົນ” ສະ​ແດງ​​ໃຫ້​ເຫັນ​ແຜນ​ນະ​ໂຍບາຍ​ຂອງ​ພັກ, ​ຈິດ​ໃຈ​ຂອງ​ປະຊາຊົນ ​ແມ່ນ​ການ​ຮັບ​ຮູ້​ຂອງ​ປະ​ເທດ​ຊາດ​ຕໍ່​ບຸນຄຸນອັນ​ໃຫຍ່​ຫຼວງ, ການ​ເສຍສະຫຼະ​ຊີວິດ​ອັນສູງ​ສົ່ງ​ຂອງ​ບັນດາ​ແມ່. ທ່ານ ​ເລ​ແທງ​ຫາຍ ​ເນັ້ນ​ໜັກ​ວ່າ: ການ​ອຸທິດ​ສ່ວນ​ຂອງ​ບັນດາ​ນັກຮົບວິລະ​ຊົນ​​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ, ບັນດາ​ແມ່​ຫວຽດນາມ​ວິລະ​ຊົນ, ບັນດາ​ຄອບຄົວ​ທີ່​ມີ​ຄຸນງາມຄວາມດີ ​ແມ່ນ​ການ​ເສຍສະຫຼະ​ຊີວິດ​ອັນ​ສູງ​ສົ່ງ, ​ເປັນ​ແບບຢ່າງ​ທີ່​ດີ່​ເດັ່ນ​ໃຫ້​ຄົນ​ລຸ່ນຫຼັງຮຳ່ຮຽນ,​ ປະຕິບັດ​ຕາມ, ພ້ອມ​ກັນສູ້​ຊົນ ​ເພື່ອ​ກໍ່ສ້າງ​ປະ​ເທດ​ຊາດ​​ໃຫ້ນັບ​ມື້​ນັບ​ຮັ່ງມີ ​ແລະ ​ເຂັ້ມ​​ແຂງ.

ຂ່າວ/ບົດ​ອື່ນ