ນະຄອນໂຮ່ຈີມິນມານະພະຍາຍາມປະຕິບັດສຳເລັດໜ້າທີ່ພັດທະນາເສດຖະກິດ-ສັງຄົມ

ນະຄອນໂຮ່ຈີມິນມານະພະຍາຍາມປະຕິບັດສຳເລັດໜ້າທີ່ພັດທະນາເສດຖະກິດ-ສັງຄົມ - ảnh 1
ທ່ານ ດິງ​ເທ໋​ຮີງ, ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ສຶກ​ສາ​ສູນ​ກາງ
(ພາບ​ປະ​ກອບ)

(vovworld) - ​ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ການກໍ່​ສ້າງ, ປັບ​ປຸງ​ຮ່າງ​ບົດ​ລາຍ​ການ​ການ​ເມືອງ​ຍື່ນ​ສະ​ເໜີ​ຕໍ່​ກອງ​ປະ​ຊຸມ​ໃຫຍ່ ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ວັນ​ທີ 8/11, ຄະ​ນະ​ປະ​ຕິ​ບັດ​ງານ​ຂອງ​ອະ​ນຸ​ກຳ​ມະ​ການ​ເອ​ກະ​ສານກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ ໂດຍ​ທ່ານ ດິງ​ເທ໋​ຮີງ, ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ສຶກ​ສາ​ສູນ​ກາງ, ຮອງ​ຫົວ​ໜ້າ​ອະ​ນຸ​ກຳ​ມະ​ການ​ປະ​ຈຳ​ການ​ອະ​ນຸ​ກຳ​ມະ​ການ​ເອ​ກະ​ສານ, ນຳ​ໜ້າ​ມີ​ການ​ເຮັດ​ວຽກ​ກັບ​ຄະ​ນະ​ປະ​ຈຳ​ຄະ​ນະ​ພັກ​ນະ​ຄອນ ໂຮ່​ຈີ​ມິນ ກ່ຽວ​ກັບ​ສະ​ພາບ​ການ​ປະ​ຕິ​ບັດ​ໜ້າ​ທີ່​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ, ວັດ​ທະ​ນະ​ທຳ, ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ ແລະ ວຽກ​ງານກໍ່​ສ້າງ​ພັກ, ກໍ່​ສ້າງ​ລະ​ບົບ​ການ​ເມືອງ​ຂອງ​ອົງ​ຄະ​ນະ​ພັກ​ນະ​ຄອນ​ໃນ​ອາ​ຍຸ​ການ 2010 – 2015. ກ່າວ​ຄຳ​ເຫັນ​ນະ​ທີ່ນີ້, ທ່ານ​ດິງ​ເທ໋​ຮີງ ສະ​ເໜີ​ໃຫ້​ຄະ​ນະ​ພັກ​ນະ​ຄອນ ໂຮ່​ຈີ​ມິນ ສຸມ​ໃສ່​​ຊີ້​ນຳນຳ​ພາ​​ການປະ​ຕິ​ບັດ​ໜ້າ​ທີ່​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ​ໃນ​ຊຸກ​ປີ​ຍັງ​ເຫຼືອ​ຂອງ​ອາ​ຍຸ​ການ​ໃຫ້​ສຳ​ເລັດ​ຜົນ, ປະ​ຕິ​ບັດ​ບັນ​ດາ​ຈຸດ​ໝາຍ, ໜ້າ​ທີ່​ເຊິ່ງກອງ​ປະ​ຊຸມ​ໃຫຍ່​ອົງ​ຄະ​ນະ​ພັກ​ນະ​ຄອນ​ຄັ້ງ​ທີ 9 ໄດ້​ວ​າງ​ອອກກໍ່​ຄື​ເສີມ​ຂະ​ຫຍາຍ​ບົດ​ບາດ​ນຳ​ໜ້າ​ຂອງ​ສູນ​ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ, ວິ​ທະ​ຍາ​ສາດ - ເຕັກ​ໂນ​ໂລ​ຢີ ​ອັນ​ດັບ​ໜຶ່ງ​ທີ່ມີ​ກຳ​ລັງ​ແຜ່​ຂະ​ຫຍາຍ​ຢ່າງ​ກ້​ວາງ​ຂວາງ​ຂອງ​ທົ່ວ​ປະ​ເທດ, ປະ​ກອບ​ສ່ວນ​ປະ​ຕິ​ບັດ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 11 ຂອງ​ພັກ​ຢ່າງ​ມີ​ໄຊ. ພ້ອ​ມ​ທັງ​ຕັ້ງ​ໜ້າ​ກະ​ກຽມ, ຈັດ​ຕັ້ງ​ກອງ​ປະ​ຊຸ​ມ​ໃຫຍ່​ຄະ​ນະ​ພັກ​ທຸກ​ຂັ້ນ​ໃຫ້​ສຳ​ເລັດ, ມຸ່ງ​ໄປ​ເຖິງ​ກອງ​ປະ​ຊຸມ​ໃຫຍ່​ຄະ​ນະ​ພັກ​ນະ​ຄອນ​ຄັ້ງ​ທີ 10 ແລະ ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກກອມ​ມູ​ນິດ ຫວຽດ​ນາມ.

 

 

 


ຂ່າວ/ບົດ​ອື່ນ