ນະຄອນໂຮ່ຈີມິນລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການພົວພັນມິດຕະພາບແລະການຮ່ວມມືກັບແຂວງAiChiຍີ່ປຸ່ນ

ນະຄອນໂຮ່ຈີມິນລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການພົວພັນມິດຕະພາບແລະການຮ່ວມມືກັບແຂວງAiChiຍີ່ປຸ່ນ - ảnh 1
ພິທີ​ລົງ​ນາມ ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​
(ພາບ: TTXVN)

(vovworld) - ​ ຕອນ​ບ່າຍ​ວັນ​ທີ 13/09, ຢູ່​ນະຄອນ ​ໂຮ່ຈີ​ມິນ, ທ່ານ ຫງວຽນ​ແທ່ງ​ຟອງ ປະທານ​ຄະນະ​ກຳມະການ​ປະຊາຊົນນະຄອນ​ໂຮ່ຈີ​ມິນ ​ແລະ ທ່ານ Hideaki Ohmura ຜູ້​ວ່າການ​ແຂວງ AiChi (ຍີ່ປຸ່ນ) ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ​ໂຮ່ຈີ​ມິນ ​ແລະ ອຳນາດ​ການ​ປົກຄອງ​ແຂວງ AiChi. ທີ່​ພິທີ​ລົງ​ນາມ, ທ່ານ​ປະທານ​ຄະນະ​ກຳ​ມະ​ການ​ປະຊາຊົນນະຄອນ ​ໂຮ່ຈີ​ມິນ ຫງວຽນ​ແທ່ງ​ຟ​ອງ ​ແລະ ຜູ້​ວ່າການ​ Hideaki Ohmura ​ເນັ້ນ​ໜັກ​ວ່າ: ບົດ​ບັນທຶກ​ຊ່ວຍ​ຈຳ ​ເພື່ອ​ແນ​ໃສ່​ເພີ່ມ​ທະ​ວີ​ນ້ຳ​ໃຈ​ມິດຕະພາບ ​ແລະ ຊຸກຍູ້ຄວາມ​ວັດທະນາ​ຖາວອນ​ໃຫ້ 2 ທ້ອງ​ຖິ່ນ, ປະກອບສ່ວນ​ເຮັດ​ໃຫ້​​ ສາຍ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດລະຫວ່າງ ຫວຽດນາມ - ຍີ່​ຢຸ່ນ ​ ​ເລິກ​ເຊິ່ງກ້ວາງ​ຂວາງ, ​ເພື່ອ​ສັນຕິພາບ ​ແລະ ຄວາມຈະ​ເລີ​ນຮຸ່ງ​ເຮືອງ​ຢູ່ ອາຊີ. ບົດ​ບັນທຶກ​ຊ່ວຍ​ຈຳ​ຈະ​ຊ່ວຍ​ໃຫ້ 2 ຝ່າຍ ຍົກ​ອອກ​ບັນດາ​ຂໍ້​ລິ​ເລີ່​ມຮ່ວມ​ມື​ໃນ​ອະນາຄົດ, ​ເປີດ​ສາກ​ກາລະ​ໂອກາດ​ຮ່ວມ​ມື​​ໃນການ​ລົງທຶນ, ການ​ຄ້າ ​ແລະ ​ເປີດ​ກ້ວາງ​ຕະຫລາດ​ຂອງ​ວິ​ສາ​ຫະກິດ 2 ຝ່າຍ. ​ເລື່ອງ​ລົງ​ນາມ​​ໃນບົດ​ບັນທຶກ​ຊ່ວຍ​ຈຳ​ການ​ຮ່ວມ​ມື​ລະຫວ່າງ 2 ທ້ອງ​ຖິ່ນ ຈະ​ສ້າງ​ກາລະ​ໂອກາດ​ພົບ​ປະ​ແລກປ່ຽນ​ຫລາຍ​ຢ່າງ​ລະຫວ່າງ​ປະຊາຊົນ 2 ທ້ອງ​ຖິ່ນ, ​ເພື່ອສິດ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ແຂວງ​ AiChi ​ແລະ ນະຄອນ ​ໂຮ່ຈີ​ມິນ.

            ສ່ວນ​ທ່ານ Hideaki Ohmura ​ໃຫ້​ຮູ້​ວ່າ: ​ແຂວງ AiChi ປາດ​ຖະໜາ​ຢາກ​ຮ່ວມ​ມື​ກັບ​ນະຄອນ ​ໂຮ່ຈີ​ມິນ ​ໃນ​ບັນດາ​ຂົງ​ເຂດ​ພັດທະນາ​ກະສິກ​​ຳ, ຄຸ້ມ​ຄອງ​ຄົມມະນາຄົມ​ເຂດ​ຕົວ​ເມືອງ, ​ເປີດ​ກ້ວາງ​ເພີ່ມ​ບັນດາ​ຖ້ຽວ​ບິນ​ລະຫວ່າງ 2 ທ້ອງ​ຖິ່ນຕື່ມ​ອີກ.

ຂ່າວ/ບົດ​ອື່ນ