ນະຄອນໂຮ່ຈິມີນສະເຫນີຕົວປະຕູຖານຂໍ້ມູນ,ເຊື່ອມຕໍ່ການຫນູນຊ່ວຍວິສາຫະກິດ

ນະຄອນໂຮ່ຈິມີນສະເຫນີຕົວປະຕູຖານຂໍ້ມູນ,ເຊື່ອມຕໍ່ການຫນູນຊ່ວຍວິສາຫະກິດ - ảnh 1
ບັນ​ດາ​ການ​ນຳ​ນະ​ຄອນ​ໂຮ່​ຈິ​ມິ​ນ​ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫ​ນີ​ຕົວ
ພາບ: bocongthuong


(vovworld)- ຕອນ​ເຊົ້າ​ວັນ​ທີ 3/7, ທີ່ການ​ພົບ​ປະ​ສັງ​ສັນ​ລະ​ຫວ່າງ ການ​ນຳ​ນະ​ຄອນ​ໂຮ່​ຈິ​ມີນ ແລະ ວິ​ສາ​ຫະ​ກິດ​ຢູ່​ພາຍ​ໃນ​ປະ​ເທດ, ການ​ນຳ​ນະ​ຄອນ ໂຮ່​ຈິ​ມີນ ໄດ້​ກົດ​ປຸ່​ມ​ສະ​ເຫນີ​ຕົວປະ​ຕູ​ຖານ​ຂໍ້​ມູນ, ເຊື່ອມ​ຕໍ່​ການ​ຫນູນ​ຊ່ວຍ​ວິ​ສາ​ຫະ​ກິດ ເພື່ອ​ຮັບ​ເອົາ​ຄຳ​ສະ​ເຫນີຊ່ວຍ​ເຫລືອ​ວິ​ສາ​ຫະ​ກິດ.  ປະ​ຕູ​ຖານ​ຂໍ້​ມູນ ນີ້​ໂດຍ​ສະ​ຫະ​ສະ​ມາ​ຄົມ​ວິ​ສ​າ​ຫະ​ກິດ​ນະ​ຄອນ ສົມ​ທ​ົບ​ກັບ​ບັນ​ດາ​ພະ​ແນກ, ຂະ​ແຫນງ​ການ​ກ່ຽວ​ຂ້ອງ​ປະ​ຕິ​ບັດ. ກ່າວ​ຄຳ​ເຫັນ​ນະ​ພິ​ທີ, ທ່ານ ຈູ​ຕຽນ​ຢູງ, ປະ​ທານ​ສະ​ຫະ​ສະ​ມາ​ຄົມ​ວິ​ສາ​ຫະ​ກິດ​ນະ​ຄອນ​ໂຮ່​ຈິ​ມີນ ໃຫ້​ຮູ້​ວ່າ:

“ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ ແລະ​ບັນ​ດາ​ການ​ນຳ​ສູງ​ສຸດ​ຢູ່ ນະ​ຄອນ​ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ສະ​ຫນັບ​ສະ​ຫນູນ​ສະ​ຫະ​ສະ​ມາ​ຄົມ ແລະ ບັນ​ດາ​ພະ​ແນກ, ຂະ​ແຫນງ​ການ​ກ່ຽວ​ຂ້ອງ​ຮັບ​ໃຊ້​ວິ​ສາ​ຫະ​ກິດ​ໃຫ້​ດີກວ່າ. ເມື່ອ​ວິ​ສາ​ຫະ​ກິດ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຄື: ເຮັດ​ລະ​ບຽບ​ການ​ບໍ​ລິ​ຫານ​ຊັກຊ້າ, ແກ້​ໄຂ​ບັນ​ຫາບໍ່​ໄດ້​ຕາມ​ຄວາມ​ຕ້ອງ​ການ,ແມ່ນຕ້ອງ​ຕິດ​ຕໍ່​ພົວ​ພັນ​ກັບ​ສະ​ຫະ​ສະ​ມາ​ຄົມ ຈະ​ໄດ້​ຮັບ​ການ​ຊ່ວຍ​ເຫລືອ.”

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ