ນະຄອນໂຮ່ຈິມິນສະເຫຼີມສະຫຼອງ228ປີແຫ່ງວັນໄຊຊະນະຫງອກໂຮ່ຍ-ດົ໋ງດາ

ນະຄອນໂຮ່ຈິມິນສະເຫຼີມສະຫຼອງ228ປີແຫ່ງວັນໄຊຊະນະຫງອກໂຮ່ຍ-ດົ໋ງດາ - ảnh 1
(ນະຄອນໂຮ່ຈິມິນສະເຫຼີມສະຫຼອງ 228 ປີ
ແຫ່ງວັນໄຊຊະນະຫງອກໂຮ່ຍ-ດົ໋ງດາ)


(vovworld) - ​​ຕອນ​ຄ່່ຳ​ວັນ​ທີ 01/02 (ກົງ​ກັບ​ວັນ​ທີ 05 ບຸນ​ເຕັດ), ຢູ່​ນະ​ຄອນ​ໂຮ່​ຈິ​ມິນ ໄດ້​ດຳ​ເນີ​ນ​ພິ​ທີ​​ສະ​ເຫຼີມ​ສະ​ຫຼອງ 228 ປີ​ແຫ່ງວັນ​ໄຊ​ຊະ​ນະ ຫງອກ​ໂຮ່ຍ - ດົ໋ງ​ດາ ປະ​ຫວັດ​ສາດ (1789 - 2017) ດ້ວຍ​ຫົວ​ຂໍ້​ວ່າ “ບັນ​ດາ​ລະ​ດູ​ບານ​ໃໝ່​ແຫ່ງເທບ​ນິ​ຍາຍ”. ກ່າວ​ຄຳ​ເຫັນ​ທີ່​ລາຍ​ການ, ທ່ານ ຫງວຽນ​ຮ່​ວາງ​ນັງ, ປະ​ທານ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມນະ​ຄອນ​ໂຮ່​ຈິ​ມິນ ຢືນ​ຢັນ​ວ່າ: ໄຊ​ຊະ​ນະ ຫງອກ​ໂຮ່ຍ - ດົ໋ງ​ດາ ແມ່ນ​ໄຊ​ຊະ​ນະ​ອັນ​ສະ​ຫງ່າ​ອົງ​ອາດ​ໃນ​ປະ​ຫວັດ​ແຫ່ງ​ການ​ຕ້ານ​ສັດ​ຕູ​ຕ່າງ​ດາວ​ຂອງ​ຊາດ​ຫວຽດ​ນາມ. ທ່ານ ຫງວຽນ​ຮ່​ວາງ​ນັງ ໄດ້​ຮຽກ​ຮ້ອງປະ​ຊາ​ຊົນ, ພະ​ນັກ​ງານ, ນັກ​ຮົບ ເສີມ​ຂະ​ຫຍາຍ​​ນ້ຳ​ໃຈ​ມະ​ຫາ​ສາ​ມັກ​ຄີ, ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ, ປະ​ຊາ​ຊົນ​ນະ​ຄອນ​ໂຮ່​ຈິ​ມິນ ສາ​ມັກ​ຄີ​ເປັນ​ຈິດ​ໜ​ຶ່ງ​ໃຈ​ດຽວ, ສູ້​ຊົນເພື່ອບັນ​ລຸ​ໄດ້​ບັນ​ດາ​ຄາດ​ໝາຍ​ທາງ​ດ້ານ​ເສດ​ຖະ​ກິດ, ວັດ​ນະ​ທຳ, ສຶກ​ສາ… ຕັດ​ສິນ​ໃຈ​ສ້າງ​​ເປັນນະ​ຄອນ​​ທີ່​ມີ​ຄຸນ​ນະ​ພາບການ​ດຳ​ລົງ​ຊີ​ວິດ​​ໄດ້​ດີ, ສີ​ວິ​ໄລ, ທັນ​ສະ​ໄໝ, ​ເຕັບ​ໄປ​ດ້ວຍ​ສາຍ​ຈິດ​ມິດ​ໃຈ.

ຂ່າວ/ບົດ​ອື່ນ