ນະຄອນໂຮ່ຈິມິນເພີ່ມທະວີການຮ່ວມມືກັບບັນດາທ້ອງຖິ່ນຂອງອາເມລິກາ

ນະຄອນໂຮ່ຈິມິນເພີ່ມທະວີການຮ່ວມມືກັບບັນດາທ້ອງຖິ່ນຂອງອາເມລິກາ - ảnh 1
ທ່ານເລຂາ​ຄະນະ​ພັກ​ນະຄອນໂຮ່ຈິມິນ ​​ເລ​ແທງ​ຫາຍ
(ພາບ:Thanh Vũ/TTXVN)

(vovworld) - ​ ຄະນະ​ຜູ້​ແທນ​ນະຄອນ​ໂຮ່ຈິ​ມິນ ​ໂດຍ​ທ່ານ​ເລ​ແທງ​ຫາຍ, ກຳມະການ​ກົມ​ການ​ເມືອງ, ​ເລຂາ​ຄະນະ​ພັກ​ນະຄອນ​ນຳ​ໜ້າ​ຄະນະ, ​ໄດ້ສິ້ນ​ສຸດ​ການ​ຢ້ຽມຢາມ​ອາມ​ລິ​ກາ ​ຢ່າງ​ຈົບງາມໃນ​ລະຫວ່າງ​ວັນ​ທີ 12-17/7, ​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ນະຄອນ​ໂຮ່ຈິ​ມິນ​ ກັບບັນດາ​ທ້ອງ​ຖິ່ນ​ຂອງ​ອາ​ເມ​ລິ​ກາ. ທີ່​ນະຄອນ San Francisco, ຄະນະ​ຜູ້​ແທນ​ນະຄອນ​ໂຮ່ຈິ​ມິນ ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ເຈົ້າ​ຄອງນະຄອນ Edwin Lee ​ແລະ ຕີ​ລາຄາ​ສູງໝາກຜົນ​ການ​ພົວພັນ​ຮ່ວມ​ມື​ມິດ​ຕະພາບ​ລະຫວ່າງ​ນະຄອນ​ໂຮ່ຈິ​ມິນ ​ແລະ ນະຄອນ San Francisco ​ໃນ 20 ປີຜ່ານມາ; ​ເປັນ​ສັກຂີ​ພິຍານ​ໃນ​ພິທີ​ລົງ​ນາມ​ແຜນການ​ຮ່ວມ​ມື​ໄລຍະ 2015-2020 ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ 2 ນະຄອນ​ໃນ​ບັນດາ​ຂົງ​ເຂດ​ການ​ລົງທຶນ, ການ​ຄ້າ, ​ເຕັກ​ໂລ​ໂນ​ຊີ​ສູງ, ວັດທະນະທຳ, ການ​ສຶກສາ. ທີ່​ນະຄອນ Sacramento, ລັດ California, ທ່ານ​ຮອງ​ປະທານ​ຄະນະ​ກຳມະການ​ປະຊາ​ຊົນນະຄອນ​ໂຮ່ຈິ​ມິນ ​ເຕີດ​ແທ່ງ​ກາງ ​ໄດ້​ມີ​ການ​ເຮັ​ດວຽກ​ກັບຮອງ​ເຈົ້າ​ຄອງ​ນະ​ຄອນ Allen Warren. 2 ນະຄອນ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ເລື່ອ​ງ 2 ຝ່າຍພ້ອມ​ກັນ​ສືບ​ຕໍ່​ປຶກສາ​ຫາລື​ວິທີ​ສ້າງ​ຕັ້ງ​ການ​ພົວພັນ​ມິດຕະພາບ, ການ​ຮ່ວມ​ມື​ຢ່າງ​ຄົບ​ຖ້ວນ​ໃນ​​ໄລ​ຍະ​ຈະ​ມາ​ເຖິງ.

   ​ ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ອາ​ເມ​ລິ​ການ, ທ່ານ​ເລຂາ​ຄະນະ​ພັກ​ນະຄອນ​ໂຮ່ຈິ​ມິນ ​ເລ​ແທງ​ຫາຍ ​ໄດ້​ມີ​ການ​ພົບປະກັບ​ປະຊາ​ຄົມ​ຊາວ​ຫວຽດນາມ ​ອາ​ໄສ​ຢູ່​ນະຄອນ San Francisco, ​ແຈ້ງ​ໃຫ້​ປະຊາ​ຄົມ​ຮັບ​ຊາບ​ກ່ຽວ​ກັບ​ສະພາບ​ການ​ພັດທະນາ​ຂອງ​ນະຄອນ ​ແລະ ຂອງ​ປະ​ເທດຊາດ. ທ່ານ ​ເລ​ແທງ​ຫາຍ​ ຢືນຢັນ​ວ່າ: ນະ​ໂຍບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ພັກ ​ແລະ ລັດຫວຽດນາມ ຍາມ​ໃດ​ກໍ​ຖື​​ຊາວ​ຫວຽດນາມ​ ອາ​ໄສ​ຢູ່​ຕ່າງປະ​ເທດ​ແມ່ນ​ພາກສ່ວນ​ໜຶ່ງ​ທີ່​ບໍ່​ອາດ​ຕັດ​ແຍກ​ອອກ​ຈາກ​​ຊາດຫວຽດນາມ ໄດ້​.


ຂ່າວ/ບົດ​ອື່ນ