ນະຄອນໂຮ່ຈີມິນເພີ່ມທະວີການເຊື່ອມຕໍ່ການທ່ອງທ່ຽວກັບບັນດານະຄອນຍານລຸ່ມແມ່ນ້ຳຂອງ

ນະຄອນໂຮ່ຈີມິນເພີ່ມທະວີການເຊື່ອມຕໍ່ການທ່ອງທ່ຽວກັບບັນດານະຄອນຍານລຸ່ມແມ່ນ້ຳຂອງ - ảnh 1
ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ

(vovworld) – ​​ວັນ​ທີ 22/12, ຢູ່​ນະ​ຄອນຫຼວງ ພະ​ນົມ​ເປັນ, ​ແຫ່ງລາ​ຊະ​ອາ​ນາ​ຈັກ ກຳ​ປູ​ເຈຍ, ກອງ​ປະ​ຊຸມ​ເຈົ້າ​ຄອງ​ບັນ​ດາ​ນະ​ຄອນ​ທ່ອງ​ທ່ຽວ​ຍານ​ລຸ່ມ​ແມ່​ນ້ຳ​ຂອງ​ຄັ້ງ​ທີ 4 ດ້ວຍ​ຫົວ​ຂໍ​້​ວ່າ “ວັດ​ທະ​ນະ​ທຳຫຼາຍ​ຮູ​ບ​ແບບ, ວິ​ໄສ​ທັດ​ຮ່ວ​ມ, ຈຸດ​ນັດ​ພົບ​​ດຽວ” ໄດ້​ຮັບ​ການຈັດ​ຕັ້ງ​. ເຂົ້າ​ຮ່ວມກອງ​ປະ​ຊຸມ, ມີ​ຜູ້​ຕາງ​ໜ້າ​ອຳ​ນາດ​ການ​ປົກ​ຄອງ 5 ນະ​ຄອນ​ທ່ອ​ງ​ທ່ຽວ​ຂອງ 5 ປະ​ເທດ​​ຍານ​ລຸ່ມ​ແມ່​ນ້ຳ​ຂອງ​ເຊິ່ງ​ລວມ​ມີ: ພະ​ນົມ​ເປັນ, ນະ​ຄອນ​ໂຮ່​ຈີ​ມິນ (ຫວຽດ​ນາມ), ບັງ​ກອກ (ປະ​ເທ​ດ​ໄທ), ວຽງ​ຈັນ (ປະ​ເທດ​ລາວ) ແລະ ຢັງ​ກຸນ (ປະ​ເທດ​ມຽນ​ມາ). ຄະ​ນະ​ຜູ້​ແທນນະ​ຄອນ ໂຮ່​ຈີ​ມິນ ໂດຍ​ທ່ານ​ ຟ້າມ​ດຶກ​ຫາຍ, ຮອງ​ປະ​ທານ​ສະ​ພາ​ປະ​ຊາ​ຊົນ​ນະ​ຄອນເປັນ​ຫົວ​ໜ້າ​ຄະ​ນະ. ພາຍຫຼັງ​ພິ​ທີ​ໄຂ, ກອງ​ປະ​ຊຸມ​ສຸມ​ໃສ່​ປຶກ​ສາ​ຫາ​ລື​ມາດ​ຕະ​ການ​ເພື່ອ​ຊຸກ​ຍູ້​ວິ​ວັດ​ທະ​ນາ​ການ​ເຊື່ອມ​ຕໍ່​ການ​ທ່ອງ​ທ່ຽວ​ລະ​ຫວ່າງ​ບັນ​ດາ​ນະ​ຄອນ​ໃນ​ຍານ​ລຸ່ມ​ແມ່​ນ້ຳ​ຂອງ. ຄະ​ນະ​ຜູ້​ແທນ​ນະ​ຄອນ ໂຮ່​ຈີ​ມິນ ໄດ້​ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ບັນ​ດາ​ວາ​ລະ​ປຶກ​ສາຫາ​ລື, ດ້ວຍ​ຄວາມ​ຫວັງ​ວ່າ​ຜ່ານ​ການ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ ແລະ ພັດ​ທະ​ນາ​ການ​ທ່ອງ​ທ່ຽວ, ບັນ​ດາ​ນະ​ຄອນ​ຈະ​ພ້ອມ​ກັນ​ຍົກ​ສູງ​ຄຸນ​ນະ​ພາບ​ການ​ບໍ​ລິ​ການ​ການ​ທ່ອງ​ທ່ຽວ​ຕາມ​ມາດ​ຖານ​ລວມ​ຂອງ​ພາກ​ພື້ນ.

        ສິ້ນ​ສຸດກອງ​ປະ​ຊຸມ, ຜູ້​ຕາງ​ໜ້າ​ຂອງອ​ຳ​ນາດ​ການ​ປົກ​ຄອງ 5 ນະ​ຄອນ​ໄດ້​ອອກ​ຖະ​ແຫຼງ​ການ, ​ໃຫ້ຄຳ​ໝັ້ນ​ສັນ​ຍາ​ສະ​ໜັບ​ສະ​ໜູນ​ການ​ຈັດ​ຕັ້ງ ແລະ ເຂົ້າ​ຮ່ວມ​ບັນ​ດາ​ໂຄງ​ການ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ລະ​ຫວ່າງ​ບັນ​ດາ​ນະ​ຄອນ.


ຂ່າວ/ບົດ​ອື່ນ