ນະຄອນໂຮ່ຈີມິນເສີມຂະຫຍາຍແຫລ່ງກຳລັງຂອງຊາວຫວຽດນາມອາໄສຢູ່ຕ່າງປະເທດ

ນະຄອນໂຮ່ຈີມິນເສີມຂະຫຍາຍແຫລ່ງກຳລັງຂອງຊາວຫວຽດນາມອາໄສຢູ່ຕ່າງປະເທດ - ảnh 1
ການມອບຂອງຂວັນໃຫ້ບັນດາບຸກຄົນປະກອບສ່ວນຕັ້ງໜ້າໃນການເຄື່ອນໄຫວກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ
(ພາບ: Thanh Vũ/ສຳນັກຂ່າວສານຫວຽດນາມ)

 (vovworld) – ໃນ​ຕອນ​ເຊົ້າ​ວັນ​ທີ 8/6, ຄະນະກຳມະການ​ກ່ຽວ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ນະຄອນ ​ໂຮ່ຈີ​ມິນ ​ໄດ້​ຈັດ​ຕັ້ງ​ການສະ​ເຫຼີ​ມສະຫຼອງ 35 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ (8/6/1981 – 8/6/2016). ​ໄລຍະ​ຜ່ານ​ມາ, ຄະນະ​ກຳມະການ​ກ່ຽວ​ກັບ​ຊາວ​ຕ່າງປະ​ເທດ​ຢູ່​ນະຄອນ ​ໂຮ່ຈີ​ມິນ ​ໄດ້​ປຸກລະດົມ, ປະຕິບັດ​ທົດ​ລອງ ​ແລະ ສະ​ເໜີ​ຫຼາຍ​ນະ​ໂຍບາຍ​ສຳຄັນ, ປະກອບສ່ວນ​ສ້າງ​​ແຜນ​ນະ​​ໂຍບາຍ, ນະ​ໂຍບາຍ​ຂອງ​ພັກ, ລັດ​ກ່ຽວ​ກັບ​ວຽກ​ງານ​ສຳລ​ັບຊາວ ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ. ​ເພື່​ອ​ເສີມ​ຂະຫຍາຍ​ແຫ​ລ່ງກຳລັງຈາກ​ຊາວ ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ເຂົ້າ​ໃນ​ການ​ກໍ່ສ້າງ ​ແລະ ພັດທະນາ​ນະຄອນ​ເປັນ​ຢ່າງ​ດີ, ທ່ານ ​ເຈີ່ນ​ຮ່ວາ​ເຟືອງ, ຮອງ​ຫົວໜ້າ​ຄະນະ​ກຳມະການ​ກ່ຽວ​ກັບ​ຊາວຕ່າ​ງປະ​ເທດ​ນະຄອນ​ໂຮ່ຈີ​ມິນ, ​ໃຫ້​ຮູ້​ວ່າ:

        “​ໄລຍະ​ຈະ​ມາ​ເຖິງ, ຕ້ອງ​ຫັນ​ບັນດາ​​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ຂອງ​ພັກ​ສຳລັບ​ຊາວ ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ລະອຽດ. ພິ​ເສດ​ໃນ​ບັນດາ​ຂົງ​ເຂດ​ເສດຖະກິດ, ວິທະຍາສາດ - ​ເຕັກ​ໂນ​ໂລ​ຢີ, ສຶກສາ - ບຳລຸງ​ສ້າງ. ສ້າ​ງ​ເງື່ອນ​ໄຂ​ໃຫ້​ພໍ່​ແມ່​ປະຊາຊົນ​ກັບ​ເມືອ​ເຊື່ອມ​ໂຍງ​, ດຳ​ລົງ​ຊີວິດ​ທຳ​ມາ​ຫາ​ກິນຢູ່​ນະຄອນ​ດ້ວຍ​ລະບຽບ​ການ​ງ່າຍດາຍ, ສະດວກ​ກ່ວາ. ​ເສີມ​ຂະຫຍາຍ​ແຫຼ່ງກຳລັງ​ຈາກ​ຊາວໜຸ່ມ, ​ເຍົາວະ​ຊົນ​ອ່ວາຍ​ໜ້າ​ເມືອ​ຫາ​ປະ​ເທດ​ຊາດ ​ແລະ ປະກອບສ່ວນ​ໃຫ້​ແກ່​ການ​ພັດທະນາ​ຂອງ​ປະ​ເທດ​ຊາດ​ຫຼາຍ​ກ່ວາ​ອີກ.”


ຂ່າວ/ບົດ​ອື່ນ