ນະຄອນໂຮ່ຈີມິນແມ່ນໜຶ່ງໃນບັນດານະຄອນມີພື້ນຖານອາຫານການກິນສ້າງຄວາມປະທັບໃຈທີ່ສຸດ

ນະຄອນໂຮ່ຈີມິນແມ່ນໜຶ່ງໃນບັນດານະຄອນມີພື້ນຖານອາຫານການກິນສ້າງຄວາມປະທັບໃຈທີ່ສຸດ - ảnh 1
(ພາບປະກອບ)

(vovworld) - ຫວ່າງ​ແລ້ວ​ນີ້, ໜັງສື​ພິງ Business Insider (ອາ​ເມ​ລິ​ກາ) ​ໄດ້​ແນະນຳ​ບັນຊີ​ລາຍ​ຊື່ Top 30 ນະຄອນ​ທີ່​ມີ​ພື້ນຖານ​ອາຫານ​ການ​ກິນ​ສ້າງ​ຄວາມ​ປະ​ທັບ​ໃຈ​ທີ່​ສຸດ​ຢູ່​ໂລກ. ​ໃນ​ນັ້ນ​ມີ​ນະຄອນ ​ໂຮ່ຈີ​ມິນ​ຂອງ​ຫວຽດນາມ, ຕາມ​ການ​ແນະນຳ​ຂອງ Business Insider. ນະຄອນ ​ໂຮ່ຈີ​ມິນ​ມີ​ຊື່​ສຽງດ້ວຍ ​ເຂົ້າ​ຈີ່, ​ເຊິ່ງ​ແມ່ນ​ເຍື່ອງ​ອາຫານ​ທຳ​ມະ​ດາ ​ແຕ່​ພັດ​ມີ​ທາດ​ບຳລຸງ​ຢ່າງ​ພຽງພໍ. ​ເຂົ້າ​ຈີ່​ກ້ອນ​ໜຶ່ງ​ສາມາດ​ມີ​ລົດ​ຊາດ​ທີ່​ແຕກ​ຕ່າງ​ກັນ, ​ແຕ່​ມີ​ລຸດລວມນັ້ນ​ແມ່ນ​ລ້ອນ​ແຕ່​ມີ​ຊີ້ນ, ຜັກ​ສົດ, ຫົວ​ຜັກກາດ, ກາຣົດ, ສົ້ມ​ຜັກ, ຜັກຫອມ …ນອກຈາກ​ເຂົ້າ​ຈີ່, ​ແຂກ​ສາມາດ​ເລືອກ​ເຟັ້ນອາຫານ​ແຊບນົວ​ຫຼາຍເຍື່ອງ​, ​ເຊິ່ງຖືກ​ວາງ​ຂາຍ​ຕາມ​ທ້ອງ​ຖະໜົນຕື່ມອີກ. ກ່ອນ​ໜ້າ​ນັ້ນ, ນະຄອນ ​ໂຮ່ຈີ​ມິນ ​ກໍ່​ຖືກຈັດ​ເຂົ້າ​​ບັນຊີ​ລາຍ​ຊື່​ສະຖາ​ນທີ່ສ້າງ​ຄວາ​ມປະ​ທັບ​ໃຈ ​ໂດຍ​ວາລະສານ​ທ່ອງ​ທ່ຽວ​ໂລກ ​ເລືອກ​ເຟັ້ນອີກ.

ຂ່າວ/ບົດ​ອື່ນ