ນະຄອນໂຮ່ຈີມິນແລະລາຊະອານາຈັກອັງກິດເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ

ນະຄອນໂຮ່ຈີມິນແລະລາຊະອານາຈັກອັງກິດເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ - ảnh 1
ທ່ານປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ໂຮ່ຈີ​ມິນ ​ເລ​ຮ່ວາງ​ກວນ
ຕ້ອນ​ຮັບ​ຄະນະ​ເຄືອ​ຂ່າຍ​ມິດຕະພາບ​ຫວຽດນາມ - ອັງກິດ
(ພາບ: hochiminhcity.gov.vn)



(vovworld) –​​ ຕອນ​ບ່າຍ​ວັນ​ທີ 28/5, ທ່ານປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ໂຮ່ຈີ​ມິນ ​ເລ​ຮ່ວາງ​ກວນ ​ໄດ້​ຕ້ອນ​ຮັບ​ຄະນະ​ເຄືອ​ຂ່າຍ​ມິດຕະພາບ​ຫວຽດນາມ - ອັງກິດ ​ໂດຍ​ທ່ານ Ben Chapman, ປະ​ທານ​ບໍລິຫານ, ອະດີດ​ສະມາຊິກ​ລັດຖະສະພາ, ປະທານ​ກິດຕິ​ມະສັກ​ກຸ່ມ​ບັນດາ​ສະມາຊິກ​ລັດຖະສາະພາ​ອັງກິດ ​ທີ່ເອົາ​ໃຈ​ໃສ່​ເຖິງ​ຫວຽດນາມ ນຳ​ໜ້າ ພວມ​ມີ​ການ​ຢ້ຽມຢາມ​ຫວຽດນາມ. ທີ່​ການ​ຕ້ອນຮັບ, ​​ເມື່ອແບ່ງປັນ​ບັນດາ​ຜົນງານ​ໃນ​ການ​ຮ່ວມ​ມື​ດ້ານເສດຖະກິດ, ການ​ຄ້າ, ວັດທະນະທຳ, ການ​ສຶກສາ ລະຫວ່າງ​ນະຄອນ​ໂຮ່ຈີ​ມິນ ​ແລະ ລາຊະ​ອານາຈັກ​ອັງກິດ, ທ່ານ​ເລ​ຮ່ວາງ​ກວນ ​ໃຫ້​ຮູ້​ວ່າ: ​ໃນ​ປີ 2014, ວົງ​ເງິນ​ສົ່ງ​ອອກ 2 ສົ້ນ​ລະຫວ່າງ​ນະຄອນ​ໂຮ່ຈີ​ມິນ ​ແລະ ອັງກິດ ບັນລຸ​ໄດ້ 750 ລ້ານ USD. ​ໃນ​ຂົງ​ເຂດ​ສຶກສາ​ບຳລຸງ​ສ້າງ, ລັດຖະບານ​ອັງກິດ​ ກໍ່​ໄດ້​ໜູນ​ຊ່ວຍ​ນະຄອນ​ໂຮ່ຈີ​ມິນ ​ໃນ​ການ​ບຳລຸງ​ສ້າງ​ພະນັກງານ, ຊັບພະຍາກອນ​ມະນຸດ​ຄຸ້ມ​ຄອງ​ໃນ​ບັນດາ​ຂົງ​ເຂດ​ຄື: ການ​ເງິນ, ທະນາຄານ, ການ​ສຶກສາ…ຕາມ​ທ່ານ​ເລ​ຮ່ວາງ​ກວນ, ການ​ຮ່ວມ​ມື, ພົບ​ປະ​ແລກປ່ຽນ​ລະຫວ່າງ​ນະຄອນ​ໂຮ່ຈີ​ມິນ ​ແລະ ບັນດາ​ຄູ່​ຮ່ວມ​ມື​ຂອງ​ອັງກິດ ຈະ​ປະກອບສ່ວນ​ເພີ່ມ​ພູນ​ຄູນ​ການ​ພົວພັນ​ມິດຕະພາບ​ລະຫວ່າງ​ຫວຽດ​ນາມ ​ແລະ​ລາຊະ​ອານາຈັກ​ອັງກິດ, ພ້ອມ​ທັງ​ຊຸກ​ຍູ້​ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ໃຫ້ຂຶ້ນ​ສູ່​ລະດັບ​ສູງ.

           ທ່ານ Ben Chapman ກໍ່​ປາດ​ຖະໜາ​ຢາກ​ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ພັດທະນາ​ລະຫວ່າງ 2 ປະ​ເທດ ຫວຽດນາມ - ​ອັງກິດ ​ໃນ​ຫຼາຍ​ຂົງ​ເຂດ, ພິ​ເສດ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ບັນດາ​ອົງການບໍ່​ຂຶ້ນ​ກັບ​ລັດຖະບານ ​ແລະ ​ເພີ່​ມທະວີ​ການ​ພົວພັນ​ກັບ​ປະຊາຊົນ.

ຂ່າວ/ບົດ​ອື່ນ