ນະຄອນໂຮ່ຈິມີນແລະແຂວງHokkaidoປະເທດຍີ່ປຸ່ນເພີ່ມທະວີການຮ່ວມມືໃນຂົງເຂດກະສິກຳ,ສິນໃນນ້ຳ,ສິນທະເລ

(VOVWORLD) -ຕອນຄ່ຳວັນທີ 8 ສິງຫາ, ທ່ານ ເລແທງລຽມ ຮອງປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈິມີນ ໄດ້ຕ້ອນຮັບທ່ານນາງ Takahashi Harumi ຜູ້ວ່າການແຂວງ Hokkaido ປະເທດຍີ່ປຸ່ນ. 
ນະຄອນໂຮ່ຈິມີນແລະແຂວງHokkaidoປະເທດຍີ່ປຸ່ນເພີ່ມທະວີການຮ່ວມມືໃນຂົງເຂດກະສິກຳ,ສິນໃນນ້ຳ,ສິນທະເລ - ảnh 1 ທ່ານນາງ Takahashi Harumi ຜູ້ວ່າການແຂວງ Hokkaido ຕອບສຳພາດຕໍ່ນັກຂ່າວ

ໃນສະພາບການພົວພັນຮ່ວມມືມິດຕະພາບລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ທ່ານ ເລແທງລຽມ ຢືນຢັນ: ນະຄອນ ໂຮ່ຈິມີນ ປາດຖະຫນາຢາກໄດ້ຮ່ວມມືກັບບັນດາວິສາຫະກິດຂອງແຂວງ Hokkaido ໃນບັນດາຂົງເຂດກະສິກຳ, ການຫາສິນໃນນ້ຳ ສິນທະເລ, ພັດທະນາເຕັກໂນໂລຊີສູງ. ນະຄອນ ໂຮ່ຈິມີນ ຈະແມ່ນປະຕູໃຈກາງເພື່ອໃຫ້ບັນດາວິສາຫະກິດຂອງແຂວງ Hokkaido  ແຊກຊືມເຂົ້າຕະຫລາດອື່ນຢູ່ພາກພື້ນ ອາຊີ ຕາເວັນອອກສ່ຽງໃຕ້, ພ້ອມທັງ ສ້າງທຸກເງື່ອນໄຂສະດວກເພື່ອໃຫ້ບັນດາວິສາຫະກິດ ຍີ່ປຸ່ນ ສາມາດໂຄສະນາ, ສົ່ງເສີມການລົງທຶນດ້ານການຄ້າຢູ່ນະຄອນ. ຜ່ານນັ້ນ ປະກອບສ່ວນຊຸກຍູ້ການພົວພັນແລກປ່ຽນດ້ານວັດທະນະທຳ, ເສດຖະກິດ, ວັດທະນະທຳສັງຄົມລະຫວ່າງສອງປະເທດ ຫວຽດນາມ ແລະ ຍີ່ປຸ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ