ນະ​ໂຍ​ບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ຫວຽດ​ນາມ ແມ່ນ​ເຄົາ​ລົບ ແລະ ຮັບ​ປະ​ກັນ​ສິດ​ເສ​ລີ​ໃນ​ການ​ເຫຼື້ອມ​ໃສ, ເຊື່ອ​ຖື​ສາ​ສະ​ໜາ

(VOVWORLD) - ນະໂຍບາຍສະໝີຕົ້ນສະໝີປາຍຂອງ ຫວຽດນາມ ແມ່ນເຄົາລົບ ແລະ ຮັບປະກັນ ສິດທິມະນຸດ ກໍ່ຄືສິດເສລີກໃນການເຫຼື້ອມໃສ, ເຊື່ອຖືສາສະໜາຂອງປະຊາຊົນ.
ນະ​ໂຍ​ບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ຫວຽດ​ນາມ ແມ່ນ​ເຄົາ​ລົບ ແລະ ຮັບ​ປະ​ກັນ​ສິດ​ເສ​ລີ​ໃນ​ການ​ເຫຼື້ອມ​ໃສ, ເຊື່ອ​ຖື​ສາ​ສະ​ໜາ - ảnh 1ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ (ພາບ: ຫງວຽນຮົ່ງ)

ໃນການຖະແຫຼງຂ່າວທີ່ໄດ້ຈັດຂຶ້ນໃນຕອນບ່າຍວັນທີ 11 ມັງກອນ, ຢູ່ຮ່າໂນ້ຍ, ເມື່ອຕອບຄຳຖາມຂອງນັກຂ່າວ ຕໍ່ຂ່າວຄາວທີ່ວ່າ ອາເມລິກາ ສືບຕໍ່ນຳ ຫວຽດນາມ ເຂົ້າບັນຊີລາຍຊື່ຕິດຕາມພິເສດກ່ຽວກັບສິດເສລີໃນການເຊື່ອຖືສາສະໜາ, ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ຊີ້ແຈ້ງວ່າ:

ນະໂຍບາຍສະໝີຕົ້ນສະໝີປາຍຂອງ ຫວຽດນາມ ແມ່ນເຄົາລົບ ແລະ ຮັບປະກັນ ສິດທິມະນຸດ ກໍ່ຄືສິດເສລີກໃນການເຫຼື້ອມໃສ, ເຊື່ອຖືສາສະໜາຂອງປະຊາຊົນ. ສິ່ງນີ້ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງທີ່ສຸດ, ໂດຍລະບູໄວ້ໃນລັດຖະທຳມະນູນ ປີ 2013 ຂອງ ຫວຽດນາມ ແລະ ລະບົບກົດໝາຍຂອງ ຫວຽດນາມ, ກໍ່ຄືຮັບປະກັນຄວາມເຄົາລົບນັບຖື ໃນສະພາບຕົວຈິງ. ບັນດາຄວາມມານະພະຍາຍາມ ແລະ ຜົນສຳເລັດຂອງ ຫວຽດນາມ ໃນການຮັບປະກັນສິດທິມະນຸດ, ໃນນັ້ນມີການຮັບປະກັນສິດເສລີໃນການເຫຼື້ອມໃສ, ເຊື່ອຖືສາສະໜາລ້ວນແຕ່ໄດ້ຍອມຮັບຈາກປະຊາຄົມສາກົນໃນໄລຍະຜ່ານມາ. ຫວຽດນາມ ຮູ້ສຶກເສຍດາຍ ແລະ ຮຽກຮ້ອງໃຫ້ ອາເມລິກາ ບໍ່ນຳຫວຽດນາມ ເຂົ້າບັນຊີລາຍຊື່ຕິດຕາມພິເສດ ກ່ຽວກັບສິດເສລີໃນການເຫຼື້ອມໃສ, ເຊື່ອຖືສາສະໜາ ແລະ ຕ້ອງມີການຕີລາຄາຢ່າງພາວະວິໄສ ໂດຍອີງຕາມຂໍ້ມູນຖືກຕ້ອງ ແລະ ຮອບດ້ານກ່ຽວກັບສະພາບຄວາມເສລີໃນການເຫຼື້ອມໃສ, ເຊື່ອຖືສາສະໜາຢູ່ ຫວຽດນາມ.

ທີ່ການຖະແຫຼງຂ່າວ, ເມື່ອຕີລາຄາກ່ຽວກັບຄວາມໝາຍຂອງ ຖະແຫຼງການ ກ່ຽວກັບການຮັກສາ ແລະ ຊຸກຍູ້ສະຖຽນລະພາບຢູ່ ທະເລຕາເວັນອອກສ່ຽງໃຕ້ໂດຍ ລັດຖະມົນຕີການຕ່າງປະເທດ ບັນດາປະເທດສະມາຊິກ ອາຊຽນຍົກອອກມາໃນວັນທີ 30/12/2023, ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ ນີ້ແມ່ນບາດກ້າວສຳຄັນໃນການຮ່ວມມືຢູ່ທະເລຕາເວັນອອກ, ສະແດງໃຫ້ເຫັນວ່າ ການຖືເປັນສຳຄັນເຂດທະເລພາກພື້ນ ແລະ ຍົກສູງບົດບາດຂອງ ອາຊຽນໃນການຮັບປະກັນສະຖຽນລະພາບ, ສັນຕິພາບຢູ່ບັນດາເຂດທະເລ.

ຕອບກັບ

ຂ່າວ/ບົດ​ອື່ນ