ນະ​ໂຍ​ບາຍອະ​ໄພ​ຍະ​ໂທດ ຢັ້ງ​ຢືນ​ແຜນ​ນະ​ໂຍ​ບາຍ​ມະ​ນຸດ​ສະ​ທຳ​ຂອງ ພັກ, ລັດ ຫວຽດ​ນາມ ທີ່​ມີ​ຕໍ່​ນັກ​ໂທດ​ມີ​ຄວາມ​ຕັດ​ສິນ​ໃຈ​​ກັບ​ຄືນເຊື່ອມ​ຕົວ​ເຂົ້າ​ກັບ​ວົງ​ຄະ​ນະ​ຍາດ

(VOVWORLD) -ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໄດ້ເນັ້ນໜັກວ່າ ຂໍ້ຕົກລົງວ່າດ້ວຍການອະໄພຍະໂທດປີ 2021 ໄດ້ຢັ້ງຢືນ ແຜນນະໂຍບາຍມະນຸດສະທຳຂອງພັກ, ລັດ ທີ່ມີຕໍ່ຜູ້ມີການດັດສ້າງເປັນຢ່າງດີ, ມີຄວາມກິນແໜງ ແລະ ມີຄວາມຕັດສິນໃຈຢາກກັບຄືນເຊື່ອມຕົວເຂົ້າກັບວົງຄະນະຍາດ, ກາຍເປັນພົນລະເມືອງທີ່ດີຕໍ່ສັງຄົມ.
ນະ​ໂຍ​ບາຍອະ​ໄພ​ຍະ​ໂທດ ຢັ້ງ​ຢືນ​ແຜນ​ນະ​ໂຍ​ບາຍ​ມະ​ນຸດ​ສະ​ທຳ​ຂອງ ພັກ, ລັດ ຫວຽດ​ນາມ ທີ່​ມີ​ຕໍ່​ນັກ​ໂທດ​ມີ​ຄວາມ​ຕັດ​ສິນ​ໃຈ​​ກັບ​ຄືນເຊື່ອມ​ຕົວ​ເຂົ້າ​ກັບ​ວົງ​ຄະ​ນະ​ຍາດ - ảnh 1ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ  ພົບປະກັບພະນັກງານຄ້າຍກັກຂັງ ງອກລີ໊ (ພາບ: TTXVN)

ຕອນເຊົ້າວັນທີ 18 ສິງຫາ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໄດ້ລົງກວດກາວຽກງານຜັນຂະຫຍາຍ ຂໍ້ຕົກລົງວ່າດ້ວຍການ ອະໄພຍະໂທດ 2021 ຢູ່ຄ້າຍກັກຂັງ ງອກລີ໊, ຂຶ້ນກັບການຄຸ້ມຄອງຂອງກະຊວງຕຳຫຼວດ ຕັ້ງຢູ່ແຂວງ ບັກຢາງ. ນະທີ່ນີ້, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໄດ້ເນັ້ນໜັກວ່າ ຂໍ້ຕົກລົງວ່າດ້ວຍການອະໄພຍະໂທດປີ 2021 ໄດ້ຢັ້ງຢືນ ແຜນນະໂຍບາຍມະນຸດສະທຳຂອງພັກ, ລັດ ທີ່ມີຕໍ່ຜູ້ມີການດັດສ້າງເປັນຢ່າງດີ, ມີຄວາມກິນແໜງ ແລະ ມີຄວາມຕັດສິນໃຈຢາກກັບຄືນເຊື່ອມຕົວເຂົ້າກັບວົງຄະນະຍາດ, ກາຍເປັນພົນລະເມືອງທີ່ດີຕໍ່ສັງຄົມ.

        ກ່ຽວກັບວຽກງານອະໄພຍະໂທດ, ທ່ານປະທານປະເທດໄດ້ຊີ້ແຈ້ງວ່າ, ປີ 2021 ປະທານປະເທດ ໄດ້ລົງນາມໃນຂໍ້ຕົກລົງວ່າດ້ວຍການອະໄພຍະໂທດເນື່ອງໃນໂອກາດສະເຫຼີມສະຫຼອງ 76 ປີ ແຫ່ງວັນສະຖາປະນາປະເທດ ຖືກຕ້ອງກັບຂໍ້ກຳນົດກົດໝາຍ.

ຕອບກັບ

ຂ່າວ/ບົດ​ອື່ນ