ນະໂຍບາຍໃຫມ່ຊ່ວຍຊາວປະມົງອຸ່ນອ່ຽນໃຈອອກໄກຝັ່ງຫາປາ

ນະໂຍບາຍໃຫມ່ຊ່ວຍຊາວປະມົງອຸ່ນອ່ຽນໃຈອອກໄກຝັ່ງຫາປາ - ảnh 1
ພາບປະກອບ:internet

(vovworld)- ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕີນ​ຢູງ ຫາ​ກໍ​ເຊັນ​ປະກາດ​ໃຊ້​ດຳ​ລັດ​ກ່ຽວ​ກັບ​ບາງ​ນະ​ໂຍບາຍ​ພັດທະນາ​ສິນ​ໃນ​ນ້ຳ. ຕາມ​ນັ້ນ​ແລ້ວ, ຊາວ​ປະມົງ​ມີ​ເງື່ອນ​ໄຂ​ກຳມະສິດ​ບັນດາ​ກຳ​ປັ່ນ​ໃຫຍ່​ທັນ​ສະ​ໄຫມ ​ເພື່ອ​ໃຫ​້​ເຂົາ​ເຈົ້າ​ອຸ່ນ​ອ່ຽນ​ໃຈ​ອອກ​ໄກ​ຝັ່ງ​ຫາ​ປາ ​ແລະ ປົກ​ປັກ​ຮັກສາ​ອະ​ທິປະ​ໄຕ​ເຂດ​ທະ​ເລ​ໝູ​່​ເກາະຂອງ​ປະ​ເທດ​ຊາດ. ທີ່​ດຳ​ລັດ​ສະບັບ​ນີ້, ລັດຖະບານ​ຈະ​ມີ​ຫລາຍ​ນະ​ໂຍບາຍ​ຫນູນ​ຊ່ວຍ​ຊາວ​ປະ​ມົງກ່ຽວ​ກັບ​ການ​ລົງທຶນ, ສິນ​ເຊື່ອ, ປະກັນ​ໄພ, ​ໃຫ້​ບຸລິມະສິດ​ອາກອນ ​ແລະ ນະ​ໂຍບາຍ​ອື່ນ​ຈຳນວນ​ຫນຶ່ງ. ​ໃນ​ນັ້ນ ລັດຖະ​ບານ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ ​ເຖິງ​ນະ​ໂຍບາຍ​ສິນ​ເຊື່ອ​ບຸລິມະສິດ​ໃຫ້​ແກ່​ຊາວ​ປະມົງ ​ເພື່ອ​ໃຫ້​ເຂົາ​ເຈົ້າ​ຕໍ່​ກຳ​ປັ່ນ​ລຳ​ໃຫມ່​ທັນ​ສະ​ໄຫມ​ກວ່າ.


ຂ່າວ/ບົດ​ອື່ນ