ນໍາ​ການພົວພັນ​ລະຫວ່າງ​ຫວຽດນາມ ​ແລະ ຍີ່​ປຸ່ນ ພັດທະນາ​​ກ້າວ​ເຂົ້າ​ສູ່​ລວງ​ເລິກ ​ແລະ ​ແທດ​ຈິງ

(VOVWORLD) -   ຕອນເຊົ້າວັນທີ 6 ມັງກອນ, ຢູ່ຮ່າໂນ້ຍ, ໃນການຕ້ອນຮັບທ່ານລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ Motegi Toshimitsu ເຊິ່ງພວມຢ້ຽມຢາມຫວຽດນາມ ຢ່າງເປັນທາງການ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຕີລາຄາສູງການຢ້ຽມຢາມຂອງທ່ານລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ ຄັ້ງນີ້ ແມ່ນມີຄວາມໝາຍສໍາຄັນໃນຈຸດເວລານີ້, ອັນໄດ້ຊ່ວຍນໍາການພົວພັນລະຫວ່າງສອງປະເທດຂຶ້ນສູ່ລະດັບສູງໃໝ່.
ນໍາ​ການພົວພັນ​ລະຫວ່າງ​ຫວຽດນາມ ​ແລະ ຍີ່​ປຸ່ນ ພັດທະນາ​​ກ້າວ​ເຂົ້າ​ສູ່​ລວງ​ເລິກ ​ແລະ ​ແທດ​ຈິງ - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຕ້ອນຮັບທ່ານລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ Motegi Toshimitsu  (ພາບ: VGP)

        ເພື່ອໃຫ້ການພົວພັນລະຫວ່າງສອງປະເທດ ພັດທະນາກ້າວເຂົ້າສູ່ລວງເລິກນັ້ນ, ທ່ານ ຫງວຽນຊວັນຟຸກ ສະເໜີ ໃຫ້ສອງປະເທດເພີ່ມທະວີການປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ຜ່ານບັນດາການຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງ; ຫວຽດນາມ ປາດຖະໜາວ່າ ນາຍົກລັດຖະມົນຕີ ຍີ່ປຸ່ນ ຈະຢ້ຽມຢາມຫວຽດນາມ ແລະ ເຂົ້າຮ່ວມກອງປະຊຸມຂັ້ນສູງ ອາຊຽນ; ທ່ານກໍສະເໜີໃຫ້ລັດຖະບານ ຍີ່ປຸ່ນ ຮ່ວມມືຊຸກຍູ້ເພີ່ມທະວີການຮ່ວມສໍາພັນລະຫວ່າງສອງພື້ນຖານເສດຖະກິດ, ສົ່ງເສີມວິສາຫະກິດຍີ່ປຸ່ນສືບຕໍ່ເປີດກວ້າງການລົງທຶນ, ດໍາເນີນທຸລະກິດຢູ່ຫວຽດນາມ; ສ້າງເງື່ອນໄຂສະດວກໃຫ້ຜະລິດຕະພັນກະເສດ, ສິນໃນນໍ້າຂອງຫວຽດນາມ ໄດ້ແຊກຊຶມເຂົ້າກັບຕະຫຼາດຍີ່ປຸ່ນ.

        ສ່ວນທ່ານລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ Motegi Toshimitsu ຢັ້ງຢືນວ່າ ຍີ່ປຸ່ນ ໃຫ້ຄໍາໝັ້ນສັນຍາຈະຮ່ວມມືກັບຫວຽດນາມ ຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນຫວຽດນາມປະຕິບັດບົດບາດເປັນປະທານອາຊຽນ ແລະ ກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງ ສປຊ ໄດ້ເປັນຢ່າງດີ; ຍີ່ປຸ່ນ ພ້ອມແລ້ວທີີ່ຈະໜູນຊ່ວຍ ຫວຽດນາມ ພັດທະນາຮູບແບບລັດຖະບານເອເລັກໂຕນິກ. ກ່ຽວກັບບັນຫາທະເລຕາເວັນອອກ, ທ່ານຢັ້ງຢືນວ່າ ຍີ່ປຸ່ນ ຍາມໃດກໍສະໜັບສະໜູນທັດສະນະແກ້ໄຂຂໍ້ຂັດແຍ້ງກັນໂດຍສັນຕິວິທີ; ຕ້ອງຖືບົດບາດຂອງ ອາຊຽນ ເປັນສໍາຄັນ ກໍຄື ເຄົາລົບກົດໝາຍສາກົນ. 

ການເຈລະຈາຂັ້ນລັດຖະມົນຕີການຕ່າງປະເທດຫວຽດນາມ - ຍີ່ປຸ່ນ

ໃນວັນດຽວກັນ, ຢູ່ ຮ່າໂນ້ຍ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບີງມີງ ແລະ ທ່ານລັດຖະມົນຕີການຕ່າງປະເທດຍີປຸ່ນ  Motegi Toshimitsu ໄດ້ດຳເນີນການເຈລະຈາ. ທີ່ການເຈລະຈາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບີງມີງ ຢືນຢັນນະໂຍບາຍສະເຫມີຕົ້ນສະເຫມີປາຍຂອງຫວຽດນາມແມ່ນຖື ຍີ່ປຸ່ນ ແມ່ນຄູ່ຮ່ວມມືສຳຄັນແຖວຫນ້າ ແລະ ທ່ານແຈ້ງໃຫ້ຝ່າຍຍີ່ປຸ່ນຮັບຊາບວ່າ ລັດຖະບານ ຫວຽດນາມໄດ້ເຫັນດີເພື່ອໃຫ້ ຍີ່ປຸ່ນ ສ້າງຕັ້ງສຳນັກງານກົງສູນຢູ່ ນະຄອນ ດາຫນັງ ພ້ອມທັງສະເຫນີໃຫ້ລັດຖະບານ ຍີ່ປຸ່ນ ຫັນລະບຽບການອອກວິຊາໃຫ້ພົນລະເມືອງຫວຽດນາມ ຢ່າງງ່າຍດ່າຍກວ່າ.

ສອງຝ່າຍເຫັນດີເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ເພີ່ມທະວີການຮ່ວມມືໃນບັນດາຂົງເຂດ, ສືບຕໍ່ເພີ່ມທະວີການຮ່ວມມືຢ່າງແຫນ້ນແຟ້ນຢູ່ບັນດາເວທີປາໄສສາກົນ ແລະພາກພື້ນ, ແລກປ່ຽນກ່ຽວກັບການຊຸກຍູ້ການຮ່ວມສຳພັນເສດຖະກິດສາກົນ.  

ນໍາ​ການພົວພັນ​ລະຫວ່າງ​ຫວຽດນາມ ​ແລະ ຍີ່​ປຸ່ນ ພັດທະນາ​​ກ້າວ​ເຂົ້າ​ສູ່​ລວງ​ເລິກ ​ແລະ ​ແທດ​ຈິງ - ảnh 2ການເຈລະຈາລະຫວ່າງສອງຝ່າຍ (ພາບ:baoquocte.vn)

ຕອບກັບ

ຂ່າວ/ບົດ​ອື່ນ