ນາງJillBiden,ພັນລະຍາຮອງປະທານາທິບໍດີອາເມລິກາJoeBiden ຢ້ຽມຢາມນະຄອນໂຮ່ຈິມິນ

ນາງJillBiden,ພັນລະຍາຮອງປະທານາທິບໍດີອາເມລິກາJoeBiden ຢ້ຽມຢາມນະຄອນໂຮ່ຈິມິນ - ảnh 1
ທ່ານ​ນາງ Jill Biden ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຳ​ມະ​ນາ​ກ່ຽວ​ກັບ
​ການ​ສອນ​ພາສາ​ອັງກິດ ສຳລັບ​ຄູ​ສອນ​ໂຮງຮຽນ​ສາມັນ​
(ພາບ:vnexpress.net)

(vovworld)- ​ໃນ​ຂອບ​ເຂດບັນດາ​ການ​ເຄື່ອນ​ໄຫວ​​ຢ້ຽມຢາມຫວຽດນາມ, ວັນ​ທີ 21/7, ທ່ານ​ນາງ Jill Biden, ພັນ​ລະ​ຍາ​ຮອງ​ປະທານາທິບໍດີ​ອາ​ເມ​ລິ​ກາ Joe Biden ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ການ​ສອນ​ພາສາ​ອັງກິດ ສຳລັບ​ຄູ​ສອນ​ໂຮງຮຽນ​ສາມັນ​ທີ່ຈັດ​ຕັ້ງ​ຢູ່​ສູນ​ອາ​ເມ​ລິ​ກາ (ນະຄອນ​ໂຮ່ຈິ​ມິນ). ກອງ​ປະຊຸມ​ສຳ​ມະ​ນາ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຄູ​ສອນ​ພາສາ​ອັງກິດ ກ່ວາ 70 ຄົນ​ທີ່ມາ​ຈາກບັນດາ​ໂຮງຮຽນ​ມັດທະຍົມ​ຕອນ​ປາຍ ຢູ່​ນະຄອນ ​ແລະ ຄູ​ສອນ​ພາສາ​ອັງກິດ 3 ຄົນ​ທີ່ຂຶ້ນ​ກັບ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ. ທ່ານ​ນາງ Jill Biden ​ໄດ້​ແບ່ງປັນ​ບັນດາ​ບົດຮຽນ​ວິຊາ​ຊີບ​ຂອງ​ຕົນ​ເອງ ກໍ​ຄື​ເລື່ອງ​ລາວ​ກ່ຽວກັບ​ນັກຮຽນ​ກັບ​ບັນດາ​ຄູ​ສອນ​ຢູ່​ກອງ​ປະຊຸມ​ສຳ​ມະ​ນາ.

     ​ໃນ​ລາຍການ​ເຄື່ອນ​ໄຫວ​ຢູ່​ນະຄອນ​ໂຮ່ຈິ​ມິນ, ທ່ານ​ນາງ Jill Biden ​ໄດ້​ໄປ​ຢ້ຽມຢາມ​ສູນ​ອຸປະ​ກະລະ​ສັງຄົມ​ຖາວດ່ານ ​ແລະ ​ໂອ້​ລົມ​ສົນທະນາ​ກັບ​ບັນດາ​ນັກຮຽນ​ຢູ່​ນີ້. ກ່ອນ​ໜ້າ​ນັ້ນ, ຕອນ​ບ່າຍ​ວັນ​ທີ 20/7, ທ່ານ​ນາງ Jill Biden ​ໄດ້​ໄປ​ຢ້ຽມຢາມ​ບໍລິສັດ​ການ​ຄ້າ​ເອ​ເລັກ​ໂຕ​ນິກ VinECom ຂຶ້ນ​ກັບ​ກຸ່ມ​ບໍລິສັດ Vingroup ຢູ່​ນະຄອນ​ໂຮ່ຈິ​ມິນ ​ແລະ ພົບ​ປະ​ກັບ​ບັນດາ​ນັກ​ທຸລະ​ກິດ​ໜຸ່ມ.

ຂ່າວ/ບົດ​ອື່ນ