ນາງງາມໄທຄອງໄດ້ມົງກຸດນາງງາມມິດຕະພາບອາຊຽນ

(VOVWORLD) - ໃນງານປະກວດນາງງາມມິດຕະພາບ ອາຊຽນ 2017, ຮອບຊິງຊະນະເລີດ, ເຊິ່ງດຳເນີນໃນຕອນຄຳ່ວັນທີ 1/7 ຢູ່ນະຄອນ ຕູຍຮ່ວາ, ແຂວງ ຟູ໋ອຽນ,
ນາງງາມໄທຄອງໄດ້ມົງກຸດນາງງາມມິດຕະພາບອາຊຽນ - ảnh 1ການມອບລາງວັນທີ່ງານປະກວດ 

ນາງງາມໄທ ນັດຕະນັນ ຕາຣີ, ຄອງໄດ້ມົງກຸດນາງງາມມິດຕະພາບອາຊຽນ. ສ່ວນຮອງນາງງາມທີໜຶ່ງແມ່ນຂຶ້ນກັບນາງ ຮວີ່ນທິອ໋ຽນຍີ (ຫວຽດນາມ) ແລະ ຮອງນາງງາມຜູ້ທີສອງແມ່ນໄດ້ແກ່ Benedicta Heda Mercy Charis (ອິນໂດເນເຊຍ). ນອກນັ້ນ, ຄະນະຈັດຕັ້ງຍັງມອບລາງວັນອື່ນໆອີກຄື: ນາງງາມຖ່າຍຮູບງາມທີ່ສຸດ, ນາງງານສະໜິດສະໜົມ, ນາງງາມມີຄວາມສາມາດ, ນາງງາມນຸ່ງຊຸດອາພອນງາມທີ່ສຸດ,…

ງານປະກວດນາງງາມມິດຕະພາບ ອາຊຽນ 2017, ຖືກຈັດຕັ້ງຢູ່ ຫວຽດນາມ ເປັນຄັ້ງທຳອິດ ເພື່ອຊອກຫາຕົວແທນດີເດັ່ນທີ່ຕາງໜ້າຄວາມງາມໃຫ້ບັນດາປະເທດໃນປະຊາຄົມ ອາຊຽນ. ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວເພື່ອສະເຫຼີມສະຫຼອງ 50 ປີ ແຫ່ງວັນສ້າງຕັ້ງ ອາຊຽນ

ຕອບກັບ

ຂ່າວ/ບົດ​ອື່ນ