ນາງດຣເຈີນຮ່າລຽນເຟືອງຂອງຫວຽດນາມໄດ້ຮັບລາງວັນ“ນັກວິທະຍາສາດຫນຸ່ມເກັ່ງກ້າສາມາດຂອງໂລກ”

ນາງດຣເຈີນຮ່າລຽນເຟືອງຂອງຫວຽດນາມໄດ້ຮັບລາງວັນ“ນັກວິທະຍາສາດຫນຸ່ມເກັ່ງກ້າສາມາດຂອງໂລກ” - ảnh 1
​ດ​ຣ ເຈີນ​ຮ່າ​ລຽນ​ເຟືອງ
ພາບ:vietq.vn


(vovworld)- ​ດ​ຣ ເຈີນ​ຮ່າ​ລຽນ​ເຟືອງ ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ ນະ​ຄອນ ໂຮ່​ຈິ​ມີ​ນ ເປັນ​ກຽດ​ຫາ​ກໍ​ຮັບ​ລາງວັນ “ນັກ​ວິ​ທະ​ຍາ​ສາດ​ຫນຸ່ມ​ເກັ່ງ​ກ້າສາ​ມາດ​ຂອງ​ໂລກ” ໂດຍກອງ​ທຶນ L’Oreal- UNESSCO ມອບ​ໃຫ້ ຍ້ອນ​ໄດ້​ມີ​ການ​ພົບ​ເຫັນ​ໃນ​ວິ​ທີ​ປິ່ນ​ປົວ​ພະ​ຍາດ​ໂລກ​ມະ​ເຮັງ. ນີ້​ເປັນ​ຄັ້ງ​ທຳ​ອິດ ນັກ​ວິ​ທະ​ຍາ​ສາດ​ຍິງ​ຂອງ​ຫວຽດ​ນາມ ​ເປັນ​ກຽດ​ໄດ້​ຮັບ​ລາງວັນ​ດັ່ງ​ກ່າວ. ດ​ຣ ເຈີ​ນ​ຮ່າ​ລຽນ​ເຟືອງ ແມ່ນ​ຫນຶ່ງ​ໃນ​ນັກ​ວິ​ທະ​ຍາ​ສາດ​ຍິງ 15 ຄົນ ​ໂດຍ ສະ​ພາ​ກວດ​ສອບ ລວມ​ມີ ນັກ​ວິ​ທະ​ຍາ​ສາດ​ສາ​ກົນ​​ມີ​ຊື່​ສຽງ 12 ທ່ານ ​ຄັດ​ເລືອກ​ຈາກ​ ນັກ​ວິ​ທະ​ຍາ​ສາດຂອງ​ໂລກ 236 ຄົນເພື່ອມອບ​ລາງວັນ. ເມື່ອ​ແລກ​ປ່ຽນ​ກັບ​ນັກ​ຂ່າວ​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ປະ​ຈຳ ຝ​ລັ່ງ, ດ​ຣ ເຈີນ​ຮ່າ​ລຽນ​ເຟືອງ ໃຫ້​ຮູ້​ວ່າ: ລາງວັນ​ນີ້​ແມ່ນ​ການ​ລະ​ດົມ​ນັບ​ທັງ​ດ້ານ​ວັດ​ຖຸ​ແລະ​ຈິດ​ໃຈ​ທີ່​ສຳ​ຄັນ​ເພື່ອ​ໃຫ້​ຂ້າ​ພະ​ເຈົ້າ​ພ້ອມ​ກັບ​ເພື່ອນ​ຮ່ວ​ມ​ງານ ຊຸກ​ຍູ້​ກິດ​ຈະ​ກຳ​ຄົ້ນ​ຄ້​ວາ​ໃຫ້ບັນ​ລຸ​ໝາກ​ຜົນ​ສູງ​ກວ່າ.

 

 

 

 

ຂ່າວ/ບົດ​ອື່ນ