ນາງສາວຫວຽດນາມ ຍາດໄດ້ລາງວັນສູງໃນງານປະກວດ Miss Asia Ural, ສະຫະພັນລັດເຊຍ

(VOVWORLD) -ວັນທີ 01 ມິຖຸນາ, ຢູ່ມະຫາວິທະຍາໄລສັງລວມປ່າໄມ້ Ural, ນະຄອນ Ekterinburg, ສະຫະພັນລັດເຊຍ ໄດ້ດຳເນີນງານປະກວດນາງງາມບັນດາຊົນເຜົ່າອາຊີ ເຂດ Ural (Miss Asia Ural 2019).
ນາງສາວຫວຽດນາມ ຍາດໄດ້ລາງວັນສູງໃນງານປະກວດ Miss Asia Ural, ສະຫະພັນລັດເຊຍ - ảnh 1 (ນາງສາວຫວຽດນາມ ຍາດໄດ້ລາງວັນສູງໃນງານປະກວດ Miss Asia Ural, ສະຫະພັນລັດເຊຍ)

ເຂົ້າຮ່ວມງານປະກວດນາງງາມປີນີ້ ມີບັນດາຜູ້ເຂົ້າຮ່ວມການປະກວດທີ່ມາຈາກບັນດາຊົນເຜົ່າໃນທົ່ວປະເທດລັດເຊຍ ແລະ ບັນດາປະເທດໃກ້ຄຽງຄື: ກາຊັກສະຖານ, ກີຣີສະຖານ. ໂດຍຕາງໜ້າໃຫ້ຫວຽດນາມ ເຂົ້າຮ່ວມງານປະກວດດັ່ງກ່າວແມ່ນນາງ ເລທິບິ໊ກງອັກ, ນັກສຶກສາມະຫາວິທະຍາໄລສັງລວມລັດ Ural. ນາງ ເລທິບິ໊ກງອັກ ໄດ້ຮັບ 2 ລາງວັນຈາກຄະນະກຳມະການ ເຊິ່ງແມ່ນລາງວັນຮອງນາງງາມອັນດັບ 2 ແລະ ນາງງາມມິດຕະພາບ. ນາງ ເລທິບິ໊ກງອັກ, ແບ່ງປັນວ່າ.

        “ນ້ອງຮູ້ສຶກເປັນກຽດ ແລະ ມີຄວາມເອກອ້າງທະນົງໃຈທີ່ໄດ້ຕາງໜ້າໃຫ້ຫວຽດນາມ ເຂົ້າຮ່ວມງານປະກວດຄັ້ງນີ້ ເພື່ອໂຄສະນາເຖິງເພື່ອນມິດສາກົນກ່ຽວກັບປະເທດຊາດ, ວັດທະນະທຳ, ຄວາມງາມທີ່ເປັນມູນເຊື້ອຂອງຫວຽດນາມ. ນ້ອງສັນຍາວ່າ, ຈະສືບຕໍ່ຝຶກຝົນຫຼາຍກວ່າອີກ ເພື່ອໃຫ້ເພື່ອນມິດໃນທົ່ວປະເທດລັດເຊຍ ມີຄວາມເຂົ້າໃຈກ່ຽວກັບປະເທດ, ຊາດຫວຽດນາມ ບໍ່ພຽງແຕ່ສວຍງາມເທົ່ານັ້ນ, ຫາກຍັງມີຄວາມເກັ່ງກ້າສາມາດອີກດ້ວຍ”.

ຕອບກັບ

ຂ່າວ/ບົດ​ອື່ນ