ນາງແບບມີຊື່ສຽງໃນໂລກ Jessica ມິງແອັງ ໂຄສະນາແຫຼ່ງທ່ອງທ່ຽວຢູ່ຫວຽດນາມ

(VOVWORLD) -ລາຍການຂອງ Jessica ມິງແອັງ ໄດ້ເປັນການສົ່ງສານທີ່ວ່າ “ຫວຽດນາມ ປອດໄພ”, ດ້ວຍຈຸດຄວາມງາມທາງດ້ານມໍລະກົດ, ວັດທະນະທຳ, ອາຫານການກິນ, ຊາວຫວຽດນາມ

ນາງແບບມີຊື່ສຽງໃນໂລກ Jessica ມິງແອັງ ໂຄສະນາແຫຼ່ງທ່ອງທ່ຽວຢູ່ຫວຽດນາມ - ảnh 1 ພິທີລົງນາມ

(ພາບ: VNEXPRESS)

ຕອນບ່າຍວັນທີ 28 ກໍລະກົດ, ຢູ່ຮ່າໂນ້ຍ, ກົມໃຫຍ່ທ່ອງທ່ຽວ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ ແລະ ບໍລິສັດການສື່ສານ JMA ທົ່ວໂລກຈຳກັດ (Jessica ມິງແອັງ) ໄດ້ລົງນາມໃນຂໍ້ຕົກລົງຮ່ວມມືກ່ຽວກັບການໂຄສະນາແຫຼ່ງທ່ອງທ່ຽວ, ຜະລິດຕະພັນ, ການບໍລິການທ່ອງທ່ຽວຢູ່ ຫວຽດນາມ. ຕາມນັ້ນແລ້ວ, ຄາດວ່ານັບແຕ່ທ້າຍເດືອນ ກັນຍາ ຫາທ້າຍເດືອນ ທັນວາ ປີ 2020, ກົມໃຫຍ່ທ່ອງທ່ຽວ ແລະ ນາງແບບສາກົນ Jessica ມິງແອັງ ຈະສົມທົບກັນຜັນຂະຫຍາຍ ແລະ ຜະລິດລາຍການໂທລະພາບຕົວຈິງ “Jessica ມິງແອັງ: ກັບເມືອຫວຽດນາມ” ເພື່ອໂຄສະນາບັນດາແຫຼ່ງທ່ອງທ່ຽວທີ່ດີເດັ່ນ, ຈັບອົກຈັບໃຈຂອງຫວຽດນາມ ຢູ່ໃນຊ່ອງໂທລະພາບພາຍໃນປະເທດ ແລະ ສາກົນ.

        ລາຍການຂອງ Jessica ມິງແອັງ ໄດ້ເປັນການສົ່ງສານທີ່ວ່າ “ຫວຽດນາມ ປອດໄພ”, ດ້ວຍຈຸດຄວາມງາມທາງດ້ານມໍລະກົດ, ວັດທະນະທຳ, ອາຫານການກິນ, ຊາວຫວຽດນາມ, ພ້ອມທັງໂຄສະນາພາບພົດການທ່ອງທ່ຽວຫວຽດນາມ ແບບຍືນຍົງ ແລະ ຊັ້ນນຳ. ລາຍການລວມມີ 12 ພາກ, ຄາດວ່າຈະເລີ່ມອອກອາກາດໃນປີ 2021.

ຕອບກັບ

ຂ່າວ/ບົດ​ອື່ນ