ນາຍົກກລັດຖະມົນຕີອິດສຣາແອນ ຢ້ຽມຢາມ ອາເມລິກາ ປຶກສາຫາລື ກ່ຽວກັບສະພາບການໃນພາກພື້ນ

ນາຍົກກລັດຖະມົນຕີອິດສຣາແອນ ຢ້ຽມຢາມ ອາເມລິກາ ປຶກສາຫາລື ກ່ຽວກັບສະພາບການໃນພາກພື້ນ - ảnh 1
(ທ່າ​ນນາຍົກລັດຖະມົນຕີອິດສຣາ​ແອນ Benjamin Netanyahu)

(vovworld) – ທ່າ​ນນາຍົກລັດຖະມົນຕີອິດສຣາ​ແອນ Benjamin Netanyahu ຈະ​ເລີ່ມຕົ້ນ​ການ​​ໄປ​ປະຕິບັດ​ງານ​ຢູ່​ອາ​ເມ​ລິ​ກາ ​ແຕ່​ຕອນ​ເຊົ້າ​ວັນ​ທີ 28/09, ​ເພື່ອ​ແນ​ໃສ່​ປຶ​ກສາ​ຫາລື​ກັບ​ວໍ​ຊິງ​ເຕັນ ກ່ຽວ​ກັບບັນດາ​ບັນຫາ​ຢູ່​ພາກ​ພື້ນ. ຕາມ​ແຜນການ, ທ່ານ​ນາຍົກລັດຖະມົນຕີ ອິດສຣາ​ແອນ ຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໃຫຍ່ຂອງສະມັດ​ສະ​ໃຫຍ່​ສະຫະ​ປະຊາ​ຊາດ (​ໃນ​ວັນ​ທີ 30/09), ພົບ​ປະ​ເຈລະຈາ​ກັບ​ທ່ານ​ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama (ໃນ​ວັນ​ທີ 01/10) ​ແລະ ທ່ານ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ Ban Ki moon (​ໃນ​ວັນ​ທີ 02/10). ຄຽງ​ຂ້າງ​ນັ້ນ, ທ່ານ Netanyahu ກໍ່​ຈະ​ມີ​ການ​ພົບ​ປະ​​ເປັນ​ຄັ້ງ​ທຳ​ອິດກັບ​ທ່ານ​ນາຍົກລັ​ດຖະມົນຕີ​ອິນ​ເດຍ Narendra Modi  ກ່ອນ​ທີ່​ຈະເດີນທາງ​​ໄປ​ເຖິງ​ອາ​ເມ​ລິ​ກາ. ການ​ໄປ​ປະຕິບັດ​ງານ​ຂອງ​ທ່ານ Netanyahu ນ​ອນ​ໃນ​ຂອບ​ເຂດ​ກອງ​ປະຊຸມ​ປະຈຳ​ປີ​ຂອງ​ສະມັດ​ສາ​ໃຫຍ່​ສະຫະ​ປະຊາ​ຊາດ​ຄັ້ງ​ທີ 69.

ຂ່າວ/ບົດ​ອື່ນ