ນາຍົກລັດຖະມົນຕີ Haiti ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ

ນາຍົກລັດຖະມົນຕີ Haiti ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ - ảnh 1
ທ່ານ​ນາຍົກລັດຖະມົນຕີ Haiti Laurent Salvador Lamothe
(ພາບ: vietnamplus.vn)


(vovworld) -     ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢຸງ, ທ່ານ​ນາຍົກລັດຖະມົນຕີ Haiti Laurent Salvador Lamothe ​ໄດ້​ເດີນທາງ​ມາຢ້ຽມຢາມ​ຫວຽດນາມ ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 16 - 18/12. ພິທີ​ຕ້ອນຮັບ​ທ່ານ​ນາຍົກລັດຖະມົນຕີ Haiti ​​ຖືກດຳ​ເນີນ​ໄປ​​ຢ່າງ​ສົມ​ກຽດໃນ​ຕອນ​ເຊົ້າ​ວັນ​ທີ 17/12 ຢູ່​ຮ່າ​ໂນ້ຍ. ພາຍຫຼັງ​ພິທີຕ້ອນຮັບ, ນາ​ຍົກ​ລັດຖະມົນຕີ​ສອງ​ທ່ານ ​ໄດ້​ດຳ​ເນີນ​ການ​ເຈລະຈາ ​ແລະ ​ເປັນ​ສັກຂີ​ພິຍານ​ພິທີ​ລົງ​ນາມ​ໃນ​ບັນດາ​ເອກະ​ສານ​ຮ່ວມ​ມື. ​ແລະ ຕອນ​ບ່າຍຂອງ​ວັນ​ດຽວ​ກັນ, ທ່ານ​ນາຍົກລັດຖະມົນຕີ Haiti Laurent Salvador Lamothe ​​​ໄດ້ເຂົ້າ​ຢ້ຽມ​ຂໍ່ານັບ​ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟູ໋ຈ້ອງ, ​ເຈລະຈາ​ກັບ​ທ່ານ​ປະທານ​ປະ​ເທດ ​ເຈືອ​ນ​ເຕີນ​ຊາງ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ.

ຂ່າວ/ບົດ​ອື່ນ