ນາຍົກລັດຖະມົນຕີ Nguyen Tan Dung ກ່າວຄຳເຫັນທີ່ກອງປະຊຸມສຸດຍອດກ່ຽວກັບນິວເຄຼຍ

ນາຍົກລັດຖະມົນຕີ Nguyen Tan Dung ກ່າວຄຳເຫັນທີ່ກອງປະຊຸມສຸດຍອດກ່ຽວກັບນິວເຄຼຍ - ảnh 1
ວາລະ​ປະຊຸມ​ຄົບ​ຄະນະ
(ພາບ: AFP)

(vovworld) - ວັນ​ທີ 27/3, ຢູ່​ນະຄອນຫຼວງ Seoul, ​ແຫ່ງ ສ ​ເກົາຫຼີ, ກອງ​ປະຊຸມ​ສຸດ​ຍອດ​ຄວາມ​ປອດ​ໄພ​ດ້ານ​ນິວ​ເຄຼຍຄັ້ງ​ທີ 2 ​ໄດ້​ຈັດ​ວາລະ​ປະຊຸມ​ຄັ້ງ​ຕ່າງໆ​ໃນ​ໂຄງການ​ດຳ​ເນີນ​ງານ​ຢ່າງ​ເປັນ​ທາງ​ການ. ກອງ​ປະຊຸມ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ປະມຸກ​ລັດ 53 ທ່ານ, ທີ່​ນຳ​ໜ້າ​ລັດຖະບານ 53 ປະ​ເທດ ​ແລະ 4 ອົງການ​ສາກົນ ​ແມ່ນ ສະຫະ​ປະຊາ​ຊາດ, ສະຫະພາບ​ເອີ​ລົບ, ອົງການ​ພະລັງງານ​ປະລະມານູ​ສາກົນ ​ແລະ ອົງການ​ຕຳຫຼວດ​​ສາກົນ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ​ເນັ້ນ​ໜັກ​ວ່າ: ການ​ຫຼຸດຜ່ອນ​ອາວຸດ ​ແລະ ບໍ່​ແຜ່​ຂະຫຍາຍ​ອາວຸດ​ນິວ​ເຄຼຍ​ແມ່ນ​ປັດ​​ໃຈ​ສຳຄັນ​ທີ່​ສຸດ​ເພື່ອ​ຫຼຸດຜ່ອນ​ໄພ​ຕໍ່​ຄວາມ​ສະຫງົບ​ປອດ​ໄພ​ນິວ​ເຄຼຍ ​ໃນ​ຂະນະ​ທີ່​ແຕ່ລະ​ປະ​ເທດ​ກໍ​ມີ​ສິດ​ອັນ​ຊອບ​ທຳ​ໃນ​ການ​ນຳ​ໃຊ້​ພະລັງງານ ​ແລະ ​ເຕັກ​ໂນ​ໂລ​ຢີ​ນິວ​ເຄຼຍເພື່ອສັນຕິພາບ.

ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ຢືນຢັນ​ວ່າ: ຫວຽດນາມ​ໄດ້ ​ແລະ ພວມ​ຕັ້ງໜ້າ​ກໍ່ສ້າງ​ກອບ​ກົດໝາຍ, ​ໂຄງ​ລ່າງຮັບປະກັນ​ຄວາມປອດ​ໄພ ​ແລະ ​ເຂົ້າ​ຮ່ວມ​ບັນດາ​ສົນທິສັນຍາ​ສາກົນ, ​ບັນດາ​ຂໍ້​ລິ້​ເລີ່​ມທີ່​ກ່ຽວ​ຂ້ອງ​ເພື່ອ​ຜັນ​ຂະຫຍາຍ​ປະຕິບັດ​ບັນດາ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ຕົນ​ຢ່າງ​ມີ​ປະສິດທິ​ຜົນ, ພິ​ເສດ​ແມ່ນ​ພາຍຫຼັງ​ກອງ​ປະຊຸມ​ສຸດ​ຍອດ​ຄວາມ​ປອດ​ໄພ​ນິວ​ເຄຼຍຄັ້ງ​ທີ 1. ຫວຽດນາມ​ພວມ​ຕັ້ງໜ້າ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຕ່າງໆ​ຂອງ​ຂໍ້​ລິ​ເລີ່​ມທ່ົວ​​ໂລກ​ຕ້ານ​ກໍ່​ກາ​ນຮ້າ​ຍດ້ວຍ​ນິວ​ເຄຼຍ ​ແລະ ພວມ​ຕັ້ງໜ້າ​ພິຈາລະ​ນາ ​ເພື່ອ​ອະນຸມັດ​ຜ່ານ​ອະນຸ​ສັນຍາ​ສະບັບ​ປັບປຸງ. ຫວຽດນາມ​ກໍ​ພວມ​ພ້ອມ​ກັບ​ບັນດາ​ສະມາຊິກ ອາ​ຊຽນ ອື່ນ​ສືບ​ຕໍ່​ຊຸກຍູ້​ການ​ສ້າງ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ປອດອາວຸດ​ນິວ​ເຄຼຍ, ​ໃນ​ນັ້ນ​ມີ​ການ​ສົ່ງ​ເສີມ​ບັນດາ​ປະ​ເທດ​ມີ​ອາວຸດ​ນິວ​ເຄຼຍ​ເຂົ້າຮ່ວມ​ອະນຸ​ສັນຍາ​ຂອງ​ອາຊີ​ຕາ​ເວ​ັນອອກ​ສ່ຽງ​ໃຕ້​ປອດ​ອາວຸດ​ນິວ​ເຄຼຍ​ໂດຍ​ໄວ. ອີກ​ເທື່ອ​ໜຶ່ງ, ທ່ານ​ນາຍົກລັດຖະມົນຕີຢືນຢັນຄວາມ​ຕັດ​ສິນ​ໃຈ​ຂອງ​ຫວຽດນາມ​ພັດທະນາ​ໂຄງການ​ໄຟຟ້າ​ນິວ​ເຄຼຍ ​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ​ຄວາມ​ໝັ້ນຄົງ​ດ້ານ​ພະລັງ​ງານ​ແຫ່ງ​ຊາດ.

ສິ້ນ​ສຸດ​ກອງ​ປະຊຸມ​ສຸດ​ຍອດ​ຄວາມ​ປອດ​ໄພ​ດ້ານ​ນິວ​ເຄຼຍຄັ້ງ​ທີ 2, ທ່ານ​ນາຍົກ​ລັດຖະມົນຕີ Nguyen Tan Dung ພ້ອມ​ກັບ​ການ​ນຳ​ບັນດາ​ປະ​ເທດ​ເຫັນ​ດີ​ເປັນ​ເອກະສັນ​ກັນ​ຮັບຮອງ​ເອົາ​ຖະ​ແຫຼ​ງການ​ຮ່ວມ​ຂອງ​ກອງ​ປະຊຸມ, ຢືນຢັນ​ຄວາມ​ຕັດສິນ​ໃຈ​ຍູ້​ແຮງມາດ​ຕະການ​ຕ່າງໆ​​ເພື່ອ​ຮັບປະກັນ​ຄວາມ​ສະຫງົບ​ປອດ​ໄພ ​ໃນ 11 ບັນ​ຫາ​ໃຫຍ່​.
ນາຍົກລັດຖະມົນຕີ Nguyen Tan Dung ກ່າວຄຳເຫັນທີ່ກອງປະຊຸມສຸດຍອດກ່ຽວກັບນິວເຄຼຍ - ảnh 2

ນາຍົກລັດຖະມົນຕີ ຫວຽດນາມ ​ແລະ New Zealand
(ພາບ: thutuongnguyentandung.net)

ຢູ່​ນອກ​ກອງ​ປະຊຸມ​ສຸດ​ຍອດ​ຄວາມ​ປອດ​ໄພ​ດ້ານ​ນິວ​ເຄຼຍຄັ້ງ​ທີ 2 ຊຶ່ງ​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ Seoul ສ ​ເກົາຫຼີ, ​ໃນ​ວັນ​ທີ 27/3, ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​ໄດ້​ມີ​ການ​ພົບ​ປະ​ກັບ​ນາຍົກລັດຖະມົນຕີ New Zealand Jonh Key, ຮອງ​ນາຍົກລັດຖະມົນຕີລາຊະອານາຈັກ​ອັງກິດ Nick Clegg ​ແລະ ນາຍົກ​ລັດຖະມົນຕີ ປາ​ກິດ​ສະຖານ Yousaf Raza Gillani.

ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​ແລະ ທ່ານ  ນາຍົກລັດຖະມົນຕີ New Zealand Jonh Key ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ກັນ​ຍູ້​ແຮງ​ການ​ຜັນ​ຂະຫຍາຍ​ສັນຍາ​ການ​ຄ້າ​ເສລີ​ອາ​ຊຽນ - ອົດ​ສະ​ຕາ​ລີ - New Zealand, ​ເພີ່ມ​ທະວີ​ການ​ສົ່ງ​ເສີມ​ການ​ຄ້າ, ການ​ລົງທຶນ, ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້ວິ​ສາ​ຫະກິດ 2 ປະ​ເທດ​ຊອກ​ຫາ​ກາລະ​ໂອກາດ​ດຳ​ເນີນ​ທຸລະ​ກິດ, ​ເພີ່ມ​ທະວີ​ການ​ລົງທຶນ​ໃນ​ຂົງ​ເຂດ​ສຶກສາ, ​ແຮງ​ງານ.​​..​ ນາຍົກລັດຖະມົນຕີທັງ 2 ທ່ານ ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ກັນ​ເພີ່ມ​ທະວີ​ໃນ​ບັນດາ​ຂົງ​ເຂດ​ມີ​ທ່າ​ແຮງ​ຂອງ 2 ປະ​ເທດ ​ແລະ ​ໃນ​ບັນດາ​ເວ​ທີປາ​ໄສ​ສາກົນ​ຕ່າງໆ.

​ໃນ​ການ​ພົບ​ປະ​ກັບທ່ານນາຍົກ​ລັດຖະມົນຕີ ປາ​ກິດ​ສະຖານ Yousaf Raza Gillani. ນາຍົກລັດຖະມົນຕີທັງ 2 ທ່ານ​ກໍ​ເຫັນ​ດີ​ເປັນ​​ເອກະສັນ​ກັນ ​ເພີ່ມ​ທະວີ​ບັນດາ​ການ​ຢ້ຽມຢາມ, ພົບ​ປະ​ຂັ້ນ​ສູງ ​ແລະ ລະຫວ່າງ​ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ ​ແລະ ວິ​ສາ​ຫະກິດ 2 ປະ​ເທດ​ໃນ​ໄລຍະ​ຈະ​ມາ​ເຖິງ, ພ້ອມ​ທັງ​ຕັ້ງໜ້າ​​ໃນ​ການ​ຜັນ​ຂະຫຍາຍ​ບັນດາ​ຂໍ້​ຕົກລົງ​ທີ່​ກອງ​ປະຊຸມ​ຂອງ​ຄະນະ​ກຳມະການ​ປະສົມ​ຫວຽດນາມ - ​ປາ​ກິດ​ສະຖານ ຄັ້ງ​ທີ 2 (2010) ​ແລະ ກອງປະຊຸມ​ອະນຸ​ກຳມະການ​ການ​ຄ້າ​ຫວຽດນາມ - ປາ​ກິດ​ສະຖານ​ຄັ້ງ​ທີ 1 ຢູ່​ຮ່າ​ໂນ້ຍ (2011).

​ໃນ​ການ​ພົບ​ປະ​ກັບ​ທ່ານຮອງ​ນາຍົກລັດຖະມົນຕີລາຊະອານາຈັກ​ອັງກິດ Nick Clegg, ທ່າ​ນນາຍົກລັດຖະມົນຕີ Nguyen Tan Dung ​ແລະ ທ່ານຮອງ​ນາຍົກລັດຖະມົນຕີລາຊະອານາຈັກ​ອັງກິດ Nick Clegg ​ເຫັນ​ດີ​ເປັນ​ເອກະສັນ​ກັນ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ, 2 ຝ່າຍ​ຄວນ​ສ້າງ​ທຸກ​ເງື່ອນ​ໄຂ​ເອື້ອຍ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ ​ແລະ ນັກ​ລົງທຶນ​ຂອງ​ກັນ​ເຄື່ອ​ນ​ໄຫວ, ດຳ​ເນີ​ນທຸລະ​ກິດ​ຢ່າງ​ມີ​ປະສິດທິ​ຜົນ, ຊຸກຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ນີ້​ຢ່າງ​ແຮງ, ສູ້​ຊົນ​ປະຕິບັດ​ຄາ​ດໝາຍ​ນຳ​ວົງ​ເງິນ​ການ​ຄ້າ 2 ສົ້ນ​ບັນລຸ 4 ຕື້ USD ​ໃນ​ປີ 2013.

 


ຂ່າວ/ບົດ​ອື່ນ