ນາຍົກລັດຖະມົນຕີ Nguyen Tan Dung ຈະເຂົ້າຮ່ວມກອງປະຊຸມ ASEM ຄັ້ງທີ 9 ຢູ່ລາວ

ນາຍົກລັດຖະມົນຕີ Nguyen Tan Dung ຈະເຂົ້າຮ່ວມກອງປະຊຸມ ASEM ຄັ້ງທີ 9 ຢູ່ລາວ - ảnh 1

(vovworld) - ວັນ​ທີ 31/10, ກະຊວງ​ການ​ຕ່າງປະ​ເທດ​ໄດ້​ປະກາດ​ວ່າ: ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ນາຍົກລັດຖະມົນຕີ ສປປ ລາວ ທອງ​ສິງ ທຳ​ມະ​ວົງ, ທ່ານ​ນາຍົກລັດຖະມົນ​ຕີ ສສ ຫວຽດນາມ Nguyen Tan Dung ຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມສຸດ​ຍອດ​ອາຊີ - ​ເອີ​ລົບ (ASEM) ຄັ້ງ​ທີ 9 ​ເຊິ່ງຈັດ​ຂຶ້ນ​ຢູ່​ວຽງ​ຈັນ, ​ແຕ່​ວັນ​ທີ 4 – 6/11/2012. ດ້ວຍ​ຫົວ​ຂໍ້​ວ່າ “​ເພື່ອນມິດ​ເພື່ອ​ສັນຕິພາບ, ຄູ່​ຮ່ວມ​ມື​ເພື່ອ​ຄວາມ​ວັດ​ທະນາ​ຖາວອນ”, ກອງ​ປະຊຸມ​ຈະ​ປຶກສາ​ຫາລື​ກ່ຽວ​ກັບ​ສະພາບ​ເສດຖະກິດ, ການ​ເງິນ; ບັນດາ​ສິ່ງ​ທ້າ​ທາຍ​ທົ່ວ​ໂລກ; ບັນດາ​ບັນຫາ​ພາກ​ພື້ນ. ຫວຽດນາມ ພວມ​ມານະ​ພະຍາຍາມ​​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອຊ່ວຍ​ເຫຼືອ​ລາວ​ຈັດ​ຕັ້ງ ASEM ຄັ້ງ​ນີ້​ສຳ​ເລັດ​ຜົນ.

ຂ່າວ/ບົດ​ອື່ນ