ນາຍົກລັດຖະມົນຕີ Nguyen Tan Dung ຕ້ອນຮັບຫົວໜ້າຜູ້ຕາງໜ້າ ອົງການສປຊປະຈຳຫວຽດນາມ

ນາຍົກລັດຖະມົນຕີ Nguyen Tan Dung ຕ້ອນຮັບຫົວໜ້າຜູ້ຕາງໜ້າ ອົງການສປຊປະຈຳຫວຽດນາມ - ảnh 1
ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung
​ຕ້ອນຮັບຜູ້​ປະສານ​ງານ​ສະຫະ​ປະຊາ​ຊາດ Pratibha Mehta
(ພາບ: TTXVN)


(vovworld) -     ຕອນ​ບ່າຍ​ວັນ​ທີ 24/10, ຢູ່​ສຳນັກງານ​ລັດຖະບານ, ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນບັນດາ​ອົງການຕາງໜ້າ​ຂອງສະຫະ​ປະຊາ​ຊາດ​ປະຈຳ​ຫວຽດນາມ ​ໂດຍ​ຜູ້​ປະສານ​ງານ​ສະຫະ​ປະຊາ​ຊາດ Pratibha Mehta ນຳ​ໜ້າ ​ເນື່ອງ​ໃນ​ໂອກາດ​ວັນສ້າງ​ຕັ້ງ​ສະຫະ​ປະຊາ​ຊາດ 24/10. ນະ​ທີ່​ນີ້, ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​ໄດ້​ເນັ້ນ​ໜັກ​ວ່າ ຫວຽດນາມ ຕີ​ລາຄາ​ສູງ​ບົດບາດ, ທີ່​ຕັ້ງ​ຂອງສະຫະ​ປະຊາ​ຊາດ​ໃນ​ໂລກ ​ເພື່ອ​ສັນຕິພາບ ​ແລະ ພັດທະນາ. ທ່ານ​ນາຍົກລັດຖະມົນຕີ ​ໃຫ້​ຮູ້​ວ່າ ​ໃນ​ສະພາບ​ການ​ທີ່​ຖືກ​ຜົນ​ສະທ້ອນ​ຈາກ​ການ​ຊຸດ​ໂຊມ​ເສດຖະກິດ​ທົ່ວ​ໂລກ, ​ແຕ່​ດ້ວຍ​ຄວາມ​ມານະ​ພະຍາຍາມ​ຂອງ​ຕົນ, ​ໃນ​ປີ 2011 ​ແລະ 2012, ຫວຽດນາມ ​ຄວບຄຸມ​​ໄພ​ເງິນ​ເຟີ້​ໄດ້, ຮັກສາ​ເສດຖະກິດ​ມະຫາ​ພາກ​ຢ່າງໝັ້ນຄົງ​ເຂັ້ມ​ແຂງ​ກວ່າ, ຄາ​ດວ່າ ປີ 2012 ຫວຽດນາມ ຈະຮັກສາ​ການ​ເຕີບ​ໂຕຢູ່​ໃນ​ລະດັບ​ແຕ່ 5 – 5,2%. ຄຽງ​ຂ້າງ​ບັນດາ​ຜົນງານ​ທີ່​ຍາດ​ມາ​ໄດ້​ນັ້ນ, ບັນດາ​ຄວາມ​ຫຍຸ້ງຍາກ, ສິ່ງ​ທ້າທາຍ​ທີ່​ມີ​ຕໍ່​ຫວຽດນາມ ຍັງ​​ຫຼາຍ​ຢູ່. ​ໃນ​ວິວັດ​ການ​ປະຕິບັດ​ບັນດາ​ເປົ້າ​ໝາຍ​ພັດທະນາ​ຂອງ​ຕົນ, ພ້ອມ​ກັບ​ຄວາມ​ມານະ​ພະຍາຍາມ, ກຳລັງ​​ແຮງພາຍ​ໃນ​ຂອງ​ກົນ, ຫວຽດນາມ ປາດ​ຖະໜາ​ ຢາກ​ໄດ້​ຮັບ​ການ​ຮ່ວມ​ມື, ຊ່ວຍ​ເຫຼືອຈາກ​ສະຫະ​ປະຊາ​ຊາດ, ຂອງ​ປະຊາ​ຄົມ​​ໂລກ​ໃນ​ການ​ປະຕິບັດ​​ເປົ້າ​ໝາຍ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ປະ​ເທດ​ຊາດ ​ແລະ ບັນດາ​ເປົ້າ​ໝາຍສະຫັດສະ​ວັດ.

ຂ່າວ/ບົດ​ອື່ນ