ນາຍົກລັດຖະມົນຕີ Nguyen Tan Dung ຕ້ອນຮັບອະດີດນາຍົກລັດຖະມົນຕີ ອັງກິດ

ນາຍົກລັດຖະມົນຕີ Nguyen Tan Dung ຕ້ອນຮັບອະດີດນາຍົກລັດຖະມົນຕີ ອັງກິດ - ảnh 1
ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ຕ້ອນຮັບ
​ທ່ານ Tony Blair, ​ອະດີດ​ນາຍົກລັດຖະມົນຕີອັງກິດ
(ພາບ: vietnamplus.vn)


(vovworld) -     ​​​ຕອນ​ບ່າຍ​ວັນ​ທີ 15/10, ຢູ່​ຮ່າ​ໂນ້ຍ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ Nguyen Tan Dung ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Tony Blair, ​ອະດີດ​ນາຍົກລັດຖະມົນຕີສະຫະພັນ​ລາຊະ​ອານາຈັກ​ອັງກິດ ​ແລະ ອາຍ​ແລ​ນ​ເໜືອ ​ເນື່ອງ​ໃນ​ໂອກາດ​ທ່ານ​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ທ່ານນາຍົກລັດຖະມົນຕີ Nguyen Tan Dung ​ໄດ້​ຕີ​ລາຄາ​ສູງ​ການ​ຢ້ຽມຢາມ ​ແລະ ​ເຮ​ັດວຽກ​ຢູ່​ຫວຽດນາມ ຂອງທ່ານອະດີດ​ນາຍົກລັດຖະມົນຕີອັງກິດ Tony Blair ​ແລະ ​ຖື​ວ່າ​ຈະ​ປະກອບສ່ວນ​ເຂົ້າ​ໃນ​ການ​ຊຸກຍູ້ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ​ຫວຽດນາມ ​ແລະ ລາຊະ​ອານາຈັກ​ອັງກິດ; ທ່ານນາຍົກລັດຖະມົນຕີ Nguyen Tan Dung ຢືນຢັນ​ວ່າ ຫວຽດນາມ ປາດ​ຖະໜາ​ພ້ອມ​ກັບລາຊະ​ອານາຈັກ​ອັງກິດ ມານະ​ພະຍາຍາມ​ຍູ້​ແຮງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ໃນ​ທຸກ​ຂົງ​ເຂດ​ຢ່າງ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ, ​ໂດຍ​ສະ​ເພາະ​ແມ່ນ​ການ​ເມືອງ, ການ​ຄ້າ, ການ​ລົງທຶນ, ການທ່ອງທ່ຽວ, ການ​ສຶກສາ​ບຳລຸງ​ສ້າງ​ລະຫວ່າງ​ສອງ​ປະ​ເທດ. ຫວຽດນາມ ຫວັງ​ວ່າ ລາຊະ​ອານາຈັກ​ອັງກິດ ສືບ​ຕໍ່​ໜູນ​ຊ່ວຍ​ທຶນ ODA ​ໃຫ້​ແກ່​ຫວຽດນາມ, ສຸມ​ໃສ່​ເຂົ້າ​ໃນ​ການ​ພັດທະນາ​ພື້ນຖານ​ໂຄງ​ລ່າງ ​ແລະ ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ. ທ່ານ​ນາຍົກ​ລັດ​ຖະມົນຕີ Nguyen Tan Dung ກໍ​ຕີ​ລາຄາ​ສູງ​ເຈດ​ຕະນາ​ດີ​ຂອງ​ທ່ານ Tony Blair ຊຶ່ງຢາກ​ແປ່​ງປັນ​ບົດ​ຮຽນ​ກັບ​ຫວຽດນາມ ​ໃນ​ວິວັດ​ການ​ປະຕິ​ຮູບ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ, ພ້ອມ​ທັງ​ສະ​ເໜີ​ໃຫ້​ທ່ານ Tony Blair ສະໜັບສະໜູນ​ຄວາມ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ສິດ​ເສລີ​ໃນ​ການ​ເດີນ​ທະ​ເລ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ແລະ ຫຼັກ​ໝັ້ນ​ຮ່ວມ 6 ຂໍ້​ຂອງ​ບັນດາ​ປະ​ເທດ​ອາ​ຊຽນກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ.

ຂ່າວ/ບົດ​ອື່ນ