ນາຍົກລັດຖະມົນຕີ Nguyen Tan Dung ເຂົ້າຮ່ວມກອງປະຊຸມ ຂັ້ນສູງແມ່ຂອງ-ຍີ່ປຸ່ນຄັ້ງທີ 4

ນາຍົກລັດຖະມົນຕີ Nguyen Tan Dung ເຂົ້າຮ່ວມກອງປະຊຸມ ຂັ້ນສູງແມ່ຂອງ-ຍີ່ປຸ່ນຄັ້ງທີ 4 - ảnh 1
ພາບ: ອິນເຕີແນັດ

( vovworld ) – ​​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ນາຍົກລັດຖະມົນຕີຍີ່ປຸ່ນ Noda Yoshihiko, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ Nguyen Tan Dung ຈະ​ນຳ​ໜ້າ​ຄະນະ​ຜູ້​ແທນ ຫວຽດນາມ ​ເຂົ້າຮ່ວມກອງ​ປະຊຸມ​ຂັ້ນສູງ​ແມ່​ຂອງ-​ຍີ່ປຸ່ນ​ຄັ້ງທີ 4 ຈັດຕັ້ງຢູ່​ນະຄອນຫຼວງ Tokyo ປະ​ເທດ​ຍີ່ປຸ່ນ ​ໃນ​ວັນ​ທີ 20 ​ແລະ 21/4/2012. ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Noda Yoshihiko ຈະ​ເປັນ​ປະທານ​ກອງ​ປະຊຸມ. ຄາດ​ວ່າ, ນາຍົກລັດຖະມົນຕີບັນດາປະ​ເທດ​ຫວຽດນາມ, ລາວ, ກຳປູ​ເຈຍ, ​ໄທ ​ແລະ ​ປະທານາທິບໍ​ດີ​ ມ້ຽນ​ມາ ຈະ​ເຂົ້າຮ່ວມ​ກອງ​ປະຊຸມ. ກອງ​ປະຊຸມ​ຂັ້ນສູງ​ຄັ້ງນີ້ ຢືນຢັນ​ຄວາມ​ຕັດສິນ​ໃຈ​ຂອງ​ບັນດາ​ປະ​ເທດ​ແມ່ນ້ຳຂອງ ​ແລະ ຍີ່ປຸ່ນ ​ໃນ​ການ​ຊຸກ​ຍູ້​ການ​ການ​ຮ່ວມ​ມື​ແມ່​ຂອງ-​ຍີ່ປຸ່ນ ​ເພື່ອ​ຄວາມ​ວັດທະນະ​ຖາວອນ, ສະຖຽນລະ​ພາບ ​ແລະ ການ​ພັດທະນາ​ແບບ​ຍືນ​ຍົງ​ໃນ​ພາກ​ພື້ນ​ແມ່ນ້ຳຂອງ​ເວົ້າສະ​ເພາະ ​ແລະ ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ເວົ້າລວມ. ທີ່ກອງ​ປະຊຸມ​ຂັ້ນສູງ​ແມ່​ຂອງ-​ຍີ່ປຸ່ນ​ຄັ້ງນີ້, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ Nguyen Tan Dung ຈະ​ກ່າວ​ຄຳ​ເຫັນ​ກ່ຽວ​ກັບ​ທິດ​ທາງ​ແຫ່ງ​ການ​ຮ່ວມ​ມືແມ່​ຂອງ-​ຍີ່ປຸ່ນ ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ, ​ໃນ​ນັ້ນມີ​ບັນຫາ​ຄຸ້ມ​ຄອງ ​ແລະ ນຳ​ໃຊ້​ແຫຼ່ງນ້ຳ​ໃນ​ແມ່​ນ້ຳຂອງ​ແບບ​ຍືນ​ຍົງ ​ແລະ ທ່ານ​ຈະ​ຍົກ​ອອກ​ຂໍ້​ລິ​ເລີ່​ມ​ໃໝ່​ກ່ຽວ​ກັບ​ການ​ພັດທະນາ​ລະບົບ​ຂົນສົ່ງ ​ເພື່ອ​ນຳ​ໃຊ້ຕາໜ່າງ​ແມ່ນ້ຳ, ສົມທົບ ​ແລະ ໜູນ​ຊ່ວຍ​ໃຫ້ການ​ຂົນ​ສົ່ງ​ທາງບົກ ​ແລະ ທາງ​ທະ​ເລ.

 

 

 

ຂ່າວ/ບົດ​ອື່ນ