ນາຍົກລັດຖະມົນຕີ RobertFicoຊົມເຊີຍການເຊື່ອມຕໍ່ການພົວພັນດ້ານຕຸລະການຫວຽດນາມ-Slovakiaຄືນໃໝ່

ນາຍົກລັດຖະມົນຕີ RobertFicoຊົມເຊີຍການເຊື່ອມຕໍ່ການພົວພັນດ້ານຕຸລະການຫວຽດນາມ-Slovakiaຄືນໃໝ່ - ảnh 1
ພິ​ທີ​ເຊັນ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ຮ່ວມ​ມື​ດ້ານ​ກົດ​ໝາຍ​ ແລະ ຕຸ​ລາ​ການ ລະ​ຫວ່າງ 2 ປະ​ເທດ
(ພາບ: Ngọc Oanh/TTXVN)


(vovworld) –  ​ຕອນ​ບ່າຍ​ວັນ​ທີ 26/9, ຄະ​ນະ​ພະ​ນັກ​ງານ​ຕຸ​ລາ​ການ​ລະ​ຫວ່າງ​ຂະ​ແໜງ ຫວຽດ​ນາມ, ໂດຍ​ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ ຮ່າ​ຮ​ູ່ງ​ເກື່ອງ ນຳ​ໜ້າ​ພວມ​ຢູ່​ຢ້ຽມ​ຢາມ Slovakia, ໄດ້​ເຂົ້າ​ຢ້ຽມ​ຂຳ​່ນັບທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສ. Slovakia Robert Fico. ທ່ານ​ລັດ​ຖະ​ມົນ​ຕີ ຮ່າ​ຮ​ູ່ງ​ເກື່ອງ ໄດ້ຕີ​ລາ​ຄາ​ສູງ​ການ​ຮ່ວມ​ມື​ດ້ານ​ຕຸ​ລາ​ການ​ລະ​ຫວ່າງ​ບັນ​ດາ​ອົງ​ການ​ກົດ​ໝາຍ ແລະ ຕຸ​ລາ​ການ​ຂອງ 2 ປະ​ເທດ (ສະ​ພາ​ແຫ່ງ​ຊາດ, ສານ​ສູງ​ສຸດ, ກະ​ຊວງ​ຍຸ​ຕິ​ທຳ) ໃນ​ໄລ​ຍະ​ມໍ່ໆ​ມານີ້ ຮັບ​ຮອງ​ເອົາ​ການ​ແລກ​ປ່ຽນ​ບັນ​ດາ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ, ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ບົດ​ຮຽນ​ໃນ​ການ​ພິ​ພາກ​ສາ ແລະ​ ເປີດ​ກ້​ວາງ​ບັນ​ດາ​ຂົງ​ເຂດ​ຮ່ວມ​ມື. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Slovakia Robert Fico ເນັ້ນ​ໜັກ​ຄວາມ​ສຳ​ຄັນ​ຂອງ​ເລື່ອງ 2 ປະ​ເທດ​ເຊື່ອມ​ຕໍ່​ການ​ພົວ​ພັນ​ຮ່ວມ​ມື​​ດ້ານກົດ​ໝາຍ ແລະ ຍຸ​ຕິ​ທຳ​ພາຍຫຼັງ 25 ປີ, ກໍ່​ຄື​ໃສ່ໃຈ​ ວ່າ: ໃນ​ໄລ​ຍະ​ຈະ​ມາ​ເຖິງ, ນອກ​ຈາກ​ເລື່ອງ​ບຸ​ລິ​ມະ​ສິດ​ໃຫ້​ແກ່​ການ​ພົວ​ພັນ​ຮ່ວມ​ມື​ເສດ​ຖະ​ກິດ, ການ​ຄ້າ, ການ​ລົງ​ທຶ​ນ, 2 ປະ​ເທດ ແລະ 2 ລັດ​ຖະ​ບານ ຄວນ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​​ດ້ານ​ກົດ​ໝາຍ ແລະ ຕຸ​ລາ​ການ. ກ່ອນ​ໜ້ານັ້ນ, ທ່ານ​ລັດ​ຖະ​ມົນ​ຕີ ຮ່າ​ຮ​ູ່ງ​ເກື່ອງ ມ​ີ​ການ​ເຈ​ລະ​ຈາ​ກັບ​ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ Slovakia Tomás Borec ກ່ຽວ​ກັບ​ແຜນ​ນະ​ໂຍ​ບາຍກວດ​ກາ ແລະ ຫັນ​ສັນ​ຍາ​ໜູນ​ຊ່ວຍ​ຍຸ​ຕິ​ທຳ (TTTP) ເປັນ​ທັນ​ສະ​ໄໝ, ເຊັນ​ບັນ​ດາ​ສັນ​ຍາ TTTP ກ່ຽວ​ກັບ​ກົດ​ໝາຍ​ແພ່ງ, ການ​ຄ້າ​ກ່ຽວ​ກັບ​ອາ​ຍາ... ເພື່ອ​ແທນ​ໃຫ້​ທີ​ເອ​ກະ​ສານ​ຮ່ວມ​ມື​ກ່ຽວກ​ັບ TTTP ທີ່ 2 ປະ​ເທດ​​ໄດ້ລົງ​ນາມ​ແຕ່​ປີ 1982.

 

ຂ່າວ/ບົດ​ອື່ນ