ນາຍົກລັດຖະມົນຕີ ກວດກາບັນດາລະບອບລະບຽບການກຳມະບານ ແລະ ໂອ້ລົມສົນທະນາກັບກຳມະກອນຢູ່ດົ່ງນາຍ

(VOVWORLD) - ຕອນບ່າຍວັນທີ 28 ຕຸລາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພ້ອມກັບການນຳບາງກະຊວງ, ຂະແໜງການ, ສະຫະພັນໃຫຍ່ແຮງງານ ຫວຽດນາມ ແລະ ແຂວງ ດົ່ງນາຍ ໄປກວດກາສະພາບຕົວຈິງ, ກວດກາການປະຕິບັດນະໂຍບາຍ, ກົດໝາຍສຳລັບກຳມະກອນ, ຜູ້ອອກແຮງງານ, ຜັນຂະຫຍາຍບັນດາລະບອບລະບຽບການກຳມະບານຢູ່ແຂວງ ດົ່ງນາຍ.
ນາຍົກລັດຖະມົນຕີ ກວດກາບັນດາລະບອບລະບຽບການກຳມະບານ ແລະ ໂອ້ລົມສົນທະນາກັບກຳມະກອນຢູ່ດົ່ງນາຍ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວຄຳເຫັນທີ່ການເຮັດວຽກ

ພາຍຫຼັງກວດກາບັນດາລະບອບລະບຽບການກຳມະບານ, ຢູ່ເຂດອຸດສາຫະກຳ ບຽນຮ່ວາ 2, ແຂວງ ດົ່ງນາຍ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ສະຫງວນເວລາກ່ວາ 2 ຊົ່ວໂມງເພື່ອໂອ້ລົມກັບກຳມະກອນ 300 ຄົນ. ກຳມະກອນຫຼາຍຄົນປາດຖະໜາວ່າ, ຈະໄດ້ຮັບການໜູນຊ່ວຍຂອງລັດ, ວົງການເຈົ້າຂອງວິສາຫະກິດ, ເພື່ອຮ່ຳຮຽນ, ຍົກສູງລະດັບວິຊາຊີບ ແລະ ຫັນປ່ຽນອາຊີບ. ກ່ຽວກັບບັນຫານີ້, ທ່ານນາຍົກລັດຖະມົນຕີ ຖືວ່າ:

        “ຂ້າພະເຈົ້າຢາກເວົ້າບັນຫາໜຶ່ງທີ່ພວກເຮົາຕ້ອງເອົາໃຈໃສ່, ນີ້ກໍ່ແມ່ນຄວາມຮຽກຮ້ອງຕ້ອງການຂອງການປະຕິວັດພວມຜັນຂະຫຍາຍຢູ່ ຫວຽດນາມ, ພິເສດແມ່ນການປະຕິວັດ 4.0. ນັ້ນແມ່ນບັນຫາຍົກລະດັບໃຫ້ແກ່ກຳມະກອນ, ສ້າງເງື່ອນໄຂເພື່ອໃຫ້ກຳມະກອນຮ່ຳຮຽນດີກ່ວາ, ເພື່ອຮັບເອົາວິທະຍາສາດເຕັກໂນໂລຢີໃໝ່, ຍົກສູງສະມັດຕະພາບການອອກແຮງງານ. ກຳມະກອນຢູ່ທີ່ນີ້ມັກການຮ່ຳຮຽນເພື່ອມີເງື່ອນໄຂພັດທະນາ. ກຳມະບານ, ວົງການເຈົ້າຂອງວິສາຫະກິດ ແລະ ທ້ອງຖິ່ນຕ້ອງເອົາໃຈໃສ່ເຖິງສິ່ງດັ່ງກ່າວ.”

ຕອບກັບ

ຂ່າວ/ບົດ​ອື່ນ