ນາຍົກລັດຖະມົນຕີ ການາດາ ຍຸບເລີກສະພາແຫ່ງຊາດ

(VOVWORLD) - ວັນທີ 11 ກັນຍາ, ທ່ານນາຍົກລັດຖະມົນຕີ ການາດາ Justin Trudeau ຖະແຫຼງຍຸບເລີກສະພາແຫ່ງຊາດ, ເລີ່ມເຄື່ອນໄຫວບັ້ນຂົນຂວາຍຫາສຽງເລືອກຕັ້ງຢ່າງເປັນທາງການ ໃຫ້ແກ່ການເລືອກຕັ້ງທົ່ວປະເທດ ຄາດວ່າຈະດຳເນີນໃນວັນທີ 21 ກັນຍາ ຈະມາເຖິງ. 

ການເລືອກຕັ້ງຈະຕັດສິນກ່ຽວກັບເລື່ອງພັກເສລີຂອງທ່ານ Trudeau ອາດຈະຍາດໄດ້ທີ່ນັ່ງສ່ວນຫລາຍ ເພື່ອສືບຕໍ່ນຳພາອາຍຸການທີ 2 ຫຼື ບໍ່. ສະນັ້ນ, ນີ້ໄດ້ຮັບຖືວ່າຄືການ “ຫາສຽງເລືອກຕັ້ງ” ສຳລັບທ່ານ Trudeau.

ນາຍົກລັດຖະມົນຕີ ການາດາ ຍຸບເລີກສະພາແຫ່ງຊາດ - ảnh 1 ທ່ານນາຍົກລັດຖະມົນຕີ ການາດາ Justin Trudeau  (ພາບ: Washington Post)

        ບັ້ນຂົນຂວາຍຫາສຽງເລືອກຕັ້ງ ຈະແກ່ຍາວໃນເວລາກ່ວາ 5 ອາທິດ. ຕາມວົງການນັກສັງເກດການແລ້ວ, ເມື່ອຫລຸດຜ່ອນເວລາໃນການຫາສຽງເລືອກຕັ້ງລົງ, ພັກເສລີ ຢາກຈຳກັດ “ໄພອັນຕະລາຍ” ທີ່ມີຕໍ່ທ່ານນາຍົກລັດຖະມົນຕີ Trudeau, ພ້ອມທັງ ຫລຸດຜ່ອນໂອກາດ “ສະແດງຕົນ” ຂອງບັນດາການນຳພັກອື່ນ. ຢູ່ ການາດາ, ພັກກຳອຳນາດຄວນຍາດໄດ້ 170 ທີ່ນັ່ງຢູ່ສະພາຕ່ຳ ເພື່ອສ້າງລັດຖະບານ.

ຕອບກັບ

ຂ່າວ/ບົດ​ອື່ນ