ນາ​ຍົກ​ລັດ​ຖະ​ມົນ​ຕີ ກຳ​ປູ​ເຈຍ ​​ໃຫ້​ຄຳ​ໝັ້ນ​ສັນ​ຍາຈະ​ຈັດ​ SEA Games 2023 ສຳ​ເລັດ

(VOVWORLD) -ທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Sen ຫາກໍ່ຢັ້ງຢືນຄືນວ່າ ປະເທດນີ້ໃຫ້ຄຳໝັ້ນສັນຍາຈະຈັດງານມະຫາກຳກິລາ ອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 32 (SEA Games 32) ແລະ ງານມະຫາກຳກິລາ ຄົນພິການ ອາຊີຕາເວັນອອກສ່ຽງໃຕ້ (ASEAN Para Games 12) ໃນປີ 2023 ສຳເລັດ.
ນາ​ຍົກ​ລັດ​ຖະ​ມົນ​ຕີ ກຳ​ປູ​ເຈຍ ​​ໃຫ້​ຄຳ​ໝັ້ນ​ສັນ​ຍາຈະ​ຈັດ​ SEA Games 2023 ສຳ​ເລັດ - ảnh 1ພິທີມອບຮັບທຸງໃຫ້ແກ່ປະເທດກຳປູເຈຍ ເຊິ່ງເປັນເຈົ້າພາບຈັດຕັ້ງ  SEA Games 32 (ພາບ: VOV)

ກ່າວຄຳເຫັນທີ່ກອງປະຊຸມຂຶ້ນກັບ ກອງປະຊຸມສະຫະພັນກິລາ ອາຊີຕາເວັນອອກສ່ຽງໃຕ້ ທີ່ດຳເນີນໃນວັນທີ 11 ກໍລະກົດ ຢູ່ Phnom Penh, ທ່ານ Hun Sen ຊີ້ແຈ້ງວ່າ: ກຳປູເຈຍໄດ້ລໍຄອຍ 64 ປີ ເມື່ອຕັດສິນໃຈເປັນເຈົ້າພາບຈັດງານ SEA Games 32 ແລະ ASEAN Para Games 12. ພວກຂ້າພະເຈົ້າໄດ້ພາດໂອກາດນີ້ເປັນຫຼາຍເທື່ອເພື່ອກະກຽມຢ່າງຄົບຖ້ວນ ແລະ ລະດົມທຸກແຫຼ່ງກຳລັງທີ່ຈຳເປັນເພື່ອຈັດເຫດການກິລາໃຫຍ່ທີ່ສຸດໃນພາກພື້ນນີ້ໃຫ້ເປັນຢ່າງດີ ດ້ວຍຄວາມຮັບຜິດຊອບສູງ. ທ່ານນາຍົກລັດຖະມົນຕີ ກຳປູເຈຍ ໃຫ້ຮູ້ວ່າ, ໃນຖານະເປັນປະເທດເຈົ້າພາບຈັດງານ  SEA Games 32 ແລະ ASEAN Para Games 12, ກຳປູເຈຍຍິນດີຕ້ອນຮັບແຂກທ່ອງທ່ຽວທັງຢູ່ພາຍໃນປະເທດ ແລະ ສາກົນ ກໍ່ຄືບັນດາຜູ້ແທນກິລາດ້ວຍຄວາມຮັກແພງແຂກຄົນ ແລະ ການບໍລິການທີ່ດີທີ່ສຸດ ເພື່ອນຳມາເຊິ່ງການລົງພຶດຕິກຳຕົວຈິງທີ່ດີ ໃນວິວັດການເຂົ້າຮ່ວມ SEA Games 32 ແລະ ASEAN Para Games 12 ໃນປີໜ້າ.

ຕອບກັບ

ຂ່າວ/ບົດ​ອື່ນ