ນາຍົກລັດຖະມົນຕີ ຈີນ ຢ້ຽມຢາມ ເຢຍລະມັນ ແລະ ຝລັ່ງ

(VOVWORLD) - ຕາມແຈ້ງການກ່ອນນັ້ນຂອງກະຊວງການຕ່າງປະເທດ ຈີນ, ແຕ່ວັນທີ 18 – 23 ມິຖຸນາ, ທ່ານນາຍົກລັດຖະມົນຕີ ຫຼີຊຽນ ໄດ້ໄປຍັງເຢຍລະມັນ ເພື່ອເຂົ້າຮ່ວມການປຶກສາຫາລືລະຫວ່າງລັດຖະບານ ຈີນ - ເຢຍລະມັນ ຄັ້ງທີ 7
ນາຍົກລັດຖະມົນຕີ ຈີນ ຢ້ຽມຢາມ ເຢຍລະມັນ ແລະ ຝລັ່ງ - ảnh 1ທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽນ ໄດ້ໄປຮອດນະຄອນຫຼວງ Berlin
(ພາບ: ສຳນັກຂ່າວສານຊິນຮວາ)

ທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽນ ມີການປະຕິບັດງານເປັນເວລາ 6 ວັນຢູ່ ເຢຍລະມັນ ແລະ ຝລັ່ງ. ທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽນ ໄດ້ໄປຮອດນະຄອນຫຼວງ Berlin, ປະເທດ ເຢຍລະມັນ ໃນຕອນຄ່ຳວັນທີ 18 ມິຖຸນາ, ເລີ່ມຕົ້ນການຢ້ຽມຢາມຕ່າງປະເທດ ຄັ້ງທຳອິດ ພາຍຫຼັງໄດ້ຮັບດຳລົງຕຳແໜ່ງໃນເດືອນ ມີນາ ປີ 2023 ນີ້.

        ກ່າວຄຳເຫັນເມື່ອໄປຮອດນະຄອນຫຼວງ Berlin, ທ່ານນາຍົກລັດຖະມົນຕີ ຫຼີຊຽນ ເນັ້ນໜັກວ່າ: ເຢຍລະມັນ ເປັນປະເທດທຳອິດໃນການໄປປະຕິບັດງານຢູ່ຕ່າງປະເທດຄັ້ງ ຂອງທ່ານ ພາຍຫຼັງໄດ້ຮັບດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີ ຈີນ. ນີ້ຈະແມ່ນ “ວິວັດການສືບທອດນ້ຳໃຈມິດຕະພາບ ແລະ ເຮັດໃຫ້ການຮ່ວມມືລະຫວ່າງສອງຝ່າຍເລິກເຊິ່ງກ່ວາອີກ”.

        ຕາມແຈ້ງການກ່ອນນັ້ນຂອງກະຊວງການຕ່າງປະເທດ ຈີນ, ແຕ່ວັນທີ 18 – 23 ມິຖຸນາ, ທ່ານນາຍົກລັດຖະມົນຕີ ຫຼີຊຽນ ໄດ້ໄປຍັງເຢຍລະມັນ ເພື່ອເຂົ້າຮ່ວມການປຶກສາຫາລືລະຫວ່າງລັດຖະບານ ຈີນ - ເຢຍລະມັນ ຄັ້ງທີ 7 ແລະ ຢ້ຽມຢາມປະເທດນີ້ຢ່າງເປັນທາງການ. ໃນໄລຍະຢູ່ ເຢຍລະມັນ, ທ່ານນາຍົກລັດຖະມົນຕີ ຫຼີຊຽນ ຈະເຈລະຈາກັບທ່ານປະທານາທິບໍດີ ເຢຍລະມັນ Steinmeier, ຫຼັງຈາກນັ້ນຈະເປັນປະທານກອງປະຊຸມປຶກສາຫາລືລະຫວ່າງລັດຖະບານ ຈີນ - ເຢຍລະມັນຄັ້ງທີ 7 ພ້ອມກັບຄູ່ຕຳແໜ່ງ ເຢຍລະມັນ ທ່ານ Olaf Scholz. ທ່ານ ຫຼີຊຽນ ກໍ່ຈະເຂົ້າຮ່ວມເວທີປາໄສການຮ່ວມມືເສດຖຖະກິດ ແລະ ເຕັກນິກ ຈີນ - ເຢຍລະມັນ, ພ້ອມທັງເຂົ້າຮ່ວມກອງປະຊຸມໂຕະມົນສຳລັບບັນດານັກທຸລະກິດສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ