ນາຍົກລັດຖະມົນຕີ ຈີນ ຮຽກຮ້ອງເພີ່ມທະວີການຮ່ວມມື ຈີນ - ອາເມລິກາ

(VOVWORLD) - ທີ່ການຕ້ອນຮັບ ທ່ານ Bill Gates ມະຫາເສດຖີຜູ້ສ້າງຕັ້ງກຸ່ມບໍລິສັດ Microsoft ແລະ ເປັນປະທານກຸ່ມບໍລິສັດ TerraPower ໃນວັນທີ 03 ພະຈິກ ຢູ່ ປັກກີງ
ນາຍົກລັດຖະມົນຕີ ຈີນ ຮຽກຮ້ອງເພີ່ມທະວີການຮ່ວມມື ຈີນ - ອາເມລິກາ - ảnh 1 ທ່ານນາຍົກລັດຖະມົນຕີ ຈີນ ຫຼີເຄີຊຽນ  ພາບ: TTXVN

ທ່ານນາຍົກລັດຖະມົນຕີ ຈີນ ຫຼີເຄີຊຽນ ຮຽກຮ້ອງ ຈີນ ແລະ ອາເມລິກາ ສືບຕໍ່ຍູ້ແຮງການຮ່ວມມືໃນຂົງເຂດເຕັກໂນໂລຊີໄຟຟ້ານິວເຄຼຍລຸ້ນໃໝ່. ທ່ານນາຍົກລັດຖະມົນຕີ ຫຼີເຄີຊຽນ ເນັ້ນໜັກວ່າ ທ່ານຖືເປັນສຳຄັນ ແລະ ໃຫ້ຄຳໝັ້ນສັນຍາໜູນຊ່ວຍຊຸກຍູ້ການພົວພັນຄູ່ຮ່ວມມື ຈີນ - ອາເມລິກາ ໃນຂົງເຂດໄຟຟ້ານິວເຄຼຍ. ທ່ານນາຍົກລັດຖະມົນຕີ ຫຼີເຄີຊຽນ ຖືວ່າ: ນີ້ແມ່ນກິດຈະກຳນຳໜ້າໃນການຮ່ວມມືເຕັກໂນໂລຊີສູງລະຫວ່າງ ຈີນ - ອາເມລິກາ ບົນຫຼັກການອາສາສະໝັກ, ສະແດງໃຫ້ເຫັນທັດສະນະເປີດອົດເປີດໃຈຂອງທັງ 2 ຝ່າຍ. ທ່ານນາຍົກລັດຖະມົນຕີ ຫຼີເຄຊຽນ ຫວັງວ່າ 2 ປະເທດຈະບັນລຸໄດ້ບັນດາໝາກຜົນແຫ່ງການຮ່ວມມື ທີ່ດີໃນຂົງເຂດຮ່ວມມືພັດທະນາເຕັກໂນໂລຊີໄຟຟ້ານິວເຄຼຍລຸ້ນໃໝ່.

 

ຕອບກັບ

ຂ່າວ/ບົດ​ອື່ນ