ນາຍົກລັດຖະມົນຕີ ຍີ່ປຸ່ນ Yoshihiko Noda ຖະແຫລງຈະຍຸບເລີກສະພາຕຳ່

ນາຍົກລັດຖະມົນຕີ ຍີ່ປຸ່ນ Yoshihiko Noda ຖະແຫລງຈະຍຸບເລີກສະພາຕຳ່ - ảnh 1
ນາຍົກລດຖະມົນຕີ ຍີ່ປຸ່ນ Yoshihiko Noda


(vovworld) -  ນາຍົກລັດຖະມົນຕີ ຍີ່​ປຸ່ນ Yoshihiko Noda ຖະ​ແຫລ​ງພ້​ອມ​ແລ້ວທີ່ຈະ​ຍຸບ​​ເລີກສະພາ​ຕຳ່ ຈັດ​ຕັ້ງ​ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​ໃນ​ໄລຍະ​ມໍ່ໆ​ນີ້ ແທນ​ທີ່​ນັ້ນ​ຝ່າຍ​ຄ້ານ​ຈະສະຫນັບສະຫນູນ​ການ​ຮັບຮອງ​ເອົາ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການປະຕິ​ຮູບ​ລະບົບ​ອາກອນ​ຢູ່​ສະພາ​ແຫ່ງ​ຊາດ. ​ໂດຍ​ບໍ່​ຫົວຊາ​ຕໍ່​ຄຳ​ຖະ​ແຫລ​ງດັ່ງກ່າວ ວົງ​ການ​ການ​ນຳ​ພັກ​ເສລີປະຊາທິປະ​ໄຕ ​ແລະ ພັກ Komei (NKP)   ລ້ວນ​ແຕ່​ຢືນຢັນ​ວ່າ, ນາຍົກລັດຖະມົນຕີ ຍີ່​ປຸ່ນ Yoshihiko Noda ຕ້ອງຊີ້​ແຈງ​ໄລຍະ​ຍຸບ​ເລີກ​ສະພາ​ຕຳ່​ຖ້າ​ຫາກຢາກ​ໄດ້ຮັບ​ການ​ສະຫນັບສະຫນູນຢ່າງ​ແນວ​ແນ່​ຂອງ​ສອງ​ພັກ​ນີ້ ກ່ຽວ​ກັບ​ການ​ຮັບຮອງ​ເອົາ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການປະຕິ​ຮູບ​ອາ​ກອນ, ​ເຊິ່ງຈຸດ​ສຸມນັ້ນ​ແມ່ນ​​​ເພີ່ມ​ລະດັບ​ອາກອນ​ໃຊ້​ສອຍປະຈຸ​ບັນ​ແຕ່ 5% ຂຶ້ນ​ເຖິງ 10% ​ໃນ​ປີ 2015. ​ເຖິງ​ຢ່າງ​ໃດ​ກໍ​ຕາມ​, ກ່າວ​ຄຳ​ເຫັນ​ໃນ​ການ​ປະຊຸມ​ຂ່າວ​, ທ່ານ Osama Gujimura ຫົວຫນ້າຫ້ອງ​ວ່າການ​ຄະນະ​ລັດຖະບານ ຍີ່​ປຸ່ນ ​ໃຫ້​ຮູ້​ວ່າ: ທ່ານ​ ນາຍົກລັດຖະມົນຕີ ຍີ່​ປຸ່ນ Yoshihiko Noda ຍາກ​ທີ່​ຈະກຳນົດ​ເວລາ​ໃຫ້​ແກ່​ການ​ຍຸບ​ເລີກ​ສະພາ​ຕຳ່​​ຢ່າງ​ລະອຽດເພື່ອ​ຈັດ​ຕັ້ງ​ການ​ເລືອກ​ຕັ້ງ​ໃນ​ທົ່ວ​ປະ​ເທດ​ກ່ອນ​​ກຳນົດ​ເວລາ​ໄດ້.

Hoang Lien Son ນັກ​ຂ່າວ VOV ປະຈຳ ຍີ່​ປຸ່ນ

 

ຂ່າວ/ບົດ​ອື່ນ