ນາ​ຍົກ​ລັດ​ຖະ​ມົນ​ຕ​ີ ຕົກ​ລົງສະ​ໜອງ​ເງິນໃນ​ເບື້ອງ​ຕົ້ນ​ເປັນ​ຈຳ​ນວນ 500 ຕື້​ດົງ​ເພື່ອ​ໜູນ​ຊ່ວຍ​ດ່ວນໃຫ້​ແກ່​ບັນ​ດາ​ແຂວງ​ຢູ່​ພາກ​ກາງ​

(VOVWORLD) -ທ່ານນາຍົກລັດຖະມົນຕີ ໄດ້ຕົກລົງສະໜອງເງິນໃນເບື້ອງຕົນ 500 ຕື້ດົ່ງຈາກແຫຼ່ງທຶນສຳຮອງຂອງງົບປະມານສູນກາງປີ 2020 ເພີ່ມເຕີມງົບປະມານໃຊ້ຈ່າຍ ໃຫ້ແກ່ 5 ແຂວງພາກກາງ ເພື່ອປະຕິບັດໜ້າທີ່ ກູ້ໄພກູ້ຊີບ, ນະໂຍບາຍການໜູນຊ່ວຍສັງຄົມ ແລະ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດຕາມລະບອບ, ນະໂຍບາຍແຫ່ງລັດ.
ນາ​ຍົກ​ລັດ​ຖະ​ມົນ​ຕ​ີ ຕົກ​ລົງສະ​ໜອງ​ເງິນໃນ​ເບື້ອງ​ຕົ້ນ​ເປັນ​ຈຳ​ນວນ 500 ຕື້​ດົງ​ເພື່ອ​ໜູນ​ຊ່ວຍ​ດ່ວນໃຫ້​ແກ່​ບັນ​ດາ​ແຂວງ​ຢູ່​ພາກ​ກາງ​ - ảnh 1 ນາຍົກລັດຖະມົນຕີ ຕົກລົງສະໜອງເງິນໃນເບື້ອງຕົ້ນເປັນຈຳນວນ 500 ຕື້ດົງເພື່ອໜູນຊ່ວຍດ່ວນໃຫ້ແກ່ບັນດາແຂວງຢູ່ພາກກາງ (ພາບ: TTXVN) 

ບັນດາແຂວງໄດ້ຮັບການເພີ່ມເຕີມງົບປະມານໃຊ້ຈ່າຍລວມມີ: ກ໋ວາງບິ່ງ 100 ຕື້ດົ່ງ, ກ໋ວາງຈິ 100 ຕື້ດົ່ງ, ເທື່ອທຽນ - ເຫ້ວ 100 ຕື້ດົ່ງ, ກ໋ວາງນາມ 100 ຕື້ດົ່ງ, ຮ່າຕິງ 100 ຕື້ດົ່ງ, ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ຄະນະກຳມະການປະຊາຊົນບັນດາແຂວງ ອີງໃສ່ສະພາບການຕົວຈິງຂອງແຕ່ລະທ້ອງຖິ່ນ, ມີ ຄວາມຮັບຜິດຊອບໃນການນຳໃຊ້ແຫຼ່ງງົບປະມານສູນກາງໜູຍຊ່ວຍ, ເປັນເຈົ້າການໃນການນຳໃຊ້ງົບປະມານທ້ອງຖິ່ນ ແລະ ບັນດາແຫຼ່ງງົບປະມານຢ່າງຖືກຕ້ອງຕາມກົດໝາຍຕ່າງໆ ເພື່ອປະຕິບັດໜ້າທີ່ກູ້ໄພກູ້ຊີບ, ນະໂຍບາຍໜູນຊ່ວຍສັງຄົມ ແລະ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດໄດ້ຢ່າງທັນການ.

ຕອບກັບ

ຂ່າວ/ບົດ​ອື່ນ