ນາຍົກລັດຖະມົນຕີ ບັງກະລາເທດ ສິ້ນສຸດການຢ້ຽມຢາມຫວຽດນາມ

ນາຍົກລັດຖະມົນຕີ ບັງກະລາເທດ ສິ້ນສຸດການຢ້ຽມຢາມຫວຽດນາມ - ảnh 1
ທ່ານ​ເລຂາທິການ​ໃຫ່ຍ​ພັກ​ກອມ​ມູນິດ​ຫວຽດນາມ Nguyen Phu Trong ​​ໃຫ້ການ​ຕ້ອນຮັບທ່ານ​ນາງນາຍົກລັດຖະມົນຕີ​ແຫ່ງ​ສາທາລະນະ​ລັດ ບັງກະລາເທດ Sheikh Hasina (ພາບ: internet)

Vovworld- ​ໂດຍ​ສືບ​ຕໍ່​ການ​ຢ້ຽມຢາມ​ສັນຖະວະ​ໄມຕີ​ຫວຽດນາມ​ຢ່າງ​ເປັນ​ທາງ​ການ, ຕອນ​ເຊົ້າ​ວັນ​ທີ 3/11, ທ່ານ​ນາງນາຍົກລັດຖະມົນຕີສ​າທາ​ລະນະ​ລັດ ບັງ​ກະລາ​ເທດ Sheikh Hasina ​ໄດ້​ໄປ​ວາງ​ພວງມາລາ​ຢູ່​ອະນຸສາວະລີ​ບັນດາ​ນັກວິລະຊົນທີ່ໄດ້ ເສຍສະຫຼະຊີວິດເພື່ອຊາດ, ວາງພວງມາລາຢູ່ສຸສານປະທານ ໂຮ່ຈິມິນ. ທ່ານ​ນາງນາຍົກລັດຖະມົນຕີ ບັງ​ກະລາ​ເທດ Sheikh Hasina ຍັງເຂົ້າຮ່ວມເວທີປາໄສ ວິສາຫະກິດຫວຽດນາມ - ບັງ​ກະລາ​ເທດ. ຕອນ​ບ່າຍ​ຂອງ​ວັນ​ດຽວ​ກັນ, ທ່ານ​ນາງນາຍົກລັດຖະມົນຕີ ບັງ​ກະລາ​ເທດ Sheikh Hasina ​ໄດ້​ເດີນ​ອອກ​ຈາກ​ຮ່າ​ໂນ້ຍ, ສິ້ນ​ສຸດ​ການ​ຢ້ຽມຢາມ​ຫວຽດນາມ​ຢ່າງ​ດີງາມ.

    ກ່ອນ​ໜ້າ​ນັ້ນ, ​ໃນ​ຕອນ​ບ່າຍ​ວັນ​ທີ 2/11, ທ່ານ​ເລຂາທິການ​ໃຫ່ຍຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ Nguyen Phu Trong ​ແລະ ທ່ານ​ປະທານ​ປະ​ເທດ​ຫວຽດນາມ Truong Tan Sang ​ໄດ້​ ພົບ​ປະ​ກັບທ່ານ​ນາງນາຍົກ ລັດຖະມົນຕີບັງກະລາເທດ Sheikh Hasina. ນະ​ທີ່​ນີ້, ທ່ານ​ນາງນາຍົກ ລັດຖະມົນຕີ ບັງ​ກະລາ​ເທດ Sheikh Hasina ​ໄດ້​ຢືນຢັນ​ຄວາມ​ຕັດສິນ​ໃຈ​ຂອງ​ລັດຖະບານ​ບັງ​ກະລາ​ເທດ​ໃນ​ການ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ, ກະສິກຳ, ວັດທະນະທຳ, ການ​ປ້ອງ​ກັນຊາ​ດກັບ​ຫວຽດນາມ, ຫວັງ​​ເພີ່ມ​ທະວີ​ການ​ພົວພັນ​ລະຫວ່າງ​ພັກ​ສະຫະພັນ​ປະຊາຊົນ​ບັງ​ກະລາ​ເທດ ກັບ​ພັກ​ກອມ​ມູນິດ​ຫວຽດນາມ, ຍູ້​ແຮງ​ການ​ພົວພັນ​ແລກປ່ຽນ​ລະຫວ່າງ ສະພາ​ແຫ່ງ​ຊາດ, ວິ​ສາ​ຫະກິດ ​ແລະ ປະຊາຊົນ 2 ປະ​ເທດ, ​ເພີ່ມ​ທະວີ​ການ​ສົມທົບ​ກັນ​ລະຫວ່າງ 2 ປະ​ເທດ​ໃນ​ບັນດາ​ເວທີ​ປາ​ໄສ​ພາກ​ພື້ນ ​ແລະ ສາກົນ. ສ່ວນທ່ານ​ເລຂາທິການ​ໃຫ່ຍຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ Nguyen Phu Trongຢືນຢັນ​ວ່າ : ພັກ ​ແລະ ລັດຖະບານ​ຫວຽດນາມ​ຍາມ​ໃດ​ກໍ​ຖື​ເປັນ​ສຳຄັນ​ການ​ພົວພັນ​ກັບ​ບັງ​ກະລາ​ເທດ, ພ້ອມ​ທັງ​ເປັນ​ເອກະສັນ​ກັນ​ກ່ຽວ​ກັບ​ການ​ເປີດ​ກ້ວາງ, ​ເພີ່ມ​ທະວີ​ການ​ພົ​ວພັນ​ຮ່ວມ​ມື, ​ແລກປ່ຽນ​ລະຫວ່າງ 2 ປະ​ເທດ​ໃນ​ບັນດາ​ຂົງ​ເຂດ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ. ສ່ວນ ທ່ານ​ປະທານ​ປະ​ເທດ​ຫວຽດນາມ Truong Tan Sang ​ ກໍ​ຢືນຢັນ​ວ່າ ຫວຽດນາມ​ພ້ອມ​ແລ້ວ​ຈະ​ແບ່ງປັນ ​ແລະ ​ແລກປ່ຽນ​ບົດຮຽນ​ໃນ​ການ​ສ້າງສາ​ປະ​ເທດ​ຊາດ​ກັບ​ບັງ​ກະລາ​ເທດ.

ຂ່າວ/ບົດ​ອື່ນ