ນາຍົກລັດຖະມົນຕີ ປອກຕູການໃຫ້ຄຳໝັ້ນ ສັນຍາປະຕິບັດການ ປະຕິຮູບຢ່າງເລິກເຊິ່ງ ກ້ວາງຂວາງ

ນາຍົກລັດຖະມົນຕີ ປອກຕູການໃຫ້ຄຳໝັ້ນ ສັນຍາປະຕິບັດການ ປະຕິຮູບຢ່າງເລິກເຊິ່ງ ກ້ວາງຂວາງ - ảnh 1
(ພາບ:
xa luan.com)

(vovworld)-   ​ໃນ​ຄວາມ​ມານະ​ພະຍາຍາມ​ຟື້ນ​ຟູ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ພາຍຫຼັງ​ທີ່​ປອກຕູ​ການ ຕົກ​ເຂົ້າສູ່​ສະພາບ​ເກີດ​ວິ​ກິດ​ການ​ການ​ເມືອງ ຍ້ອນ​ຄວາມ​ບໍ່​ລົງ​ລອຍ​ກັນ​ອັນ​ເລິກ​ເຊິ່ງກ່ຽວ​ກັບ​ນະ​ໂຍບາຍ​ຮັດ​ເຂັມຄັດ​ຂອງ​ລັດຖະບານ​, ວັນ​ທີ 22/7, ທ່ານນາຍົກລັດຖະມົນຕີປອກຕູການ​ Perdo Passos Ceolho ໃຫ້​ຄຳໝັ້ນສັນຍາ​ຈະ​ສືບ​ຕໍ່ປະຕິບັດ​ການ​ປະຕິ​ຮູບ​​ເພື່ອ​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ບັນດາ​ເຈົ້າໜີ້​ສາກົນ. ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ​ທີ່​ນະຄອນຫຼວງ ລີ​ຊບອນ, ທ່ານນາຍົກ ລັດຖະມົນຕີປອກຕູການ​ Perdo Passos Ceolho ​ເນັ້ນໜັກ​ວ່າ: ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ ປຊຊ ຕໍ່​ລັດຖະບານ​ໃນ​ຕະຫຼອດ 2 ປີຜ່ານມາ​ໄດ້​ເລີ່​ມຫລຸດ​ລົງ​ໜ້ອຍ​ໜຶ່ງ​ແລ້ວ ​ແຕ່​ທ່ານ​ໄດ້​ໃຫ້​ຄຳໝັນສັນຍາ​ວ່າ​ຈະ​ມານະ​ພະຍາຍາມ​ເພື່ອ​ຟື້ນ​ຟູຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ນີ້​ຄືນ​ໃໝ່ ດ້ວຍ​ວິທີ​ປັດ​ເຂ່ຍ​ບັນດາ​ຄວາມ​ລະ​ແວງ​ສົງ​ໃສ​ກ່ຽວ​ກັບ​ຄວາມ​ຕັດສິນ​ໃຈ​ຂອງ​ລັດຖະບານ​ໃນ​ການ​ປະຕິບັດ​ໂຄງການ​ໜູນ​ຊ່ວຍ​ຈົນ​ສຸດ​ຄວາມ​ສະມາດ. ທ່ານນາຍົກລັດຖະມົນຕີປອກຕູການ​ Perdo Passos Ceolho ຍັງ​ເນັ້ນໜັກ​ວ່າ:  ນະ​ໂຍບາຍ​ຮັດ​ເຂັມຄັດ​ຂອງ​ລັດຖະບານ​ແມ່ນ​ມີ​ຄວາມ​ຈຳ​ເປັນ​ທີ່​ສຸດ​ໃນ​ສະພາບ​ຫຍຸ້ງຍາກ​ປະຈຸ​ບັນ​ຂອງ​ປອກຕູ​ການ, ສະນັ້ນ ຕ້ອງ​ສືບ​ຕໍ່​ຍູ້​ແຮງ​ການ​ປະຕິ​ຮູບ.

 

 

ຂ່າວ/ບົດ​ອື່ນ