ນາ​ຍົກ​ລັດ​ຖະ​ມົນ​ຕີ ປາ​ແລັດ​ສະ​ຕິນ ຕຳ​ນິ​ຕິ​ຕຽນ​ແຜນ​ການ​ສ້າງ​ສັນ​ຕິ​ພາບ​ຢູ່ ​ຕາ​ເວັນ​ອອ​ກ​ກາງ​ຂອງ ອາ​ເມ​ລິ​ກາ

(VOVWORLD) -ວັນທີ 16 ກຸມພາ, ທ່ານ ນາຍົກລັດຖະມົນຕີ ປາແລັດສະຕິນ Mahammad Shtayyeh ໄດ້ຕຳນິຕິຕຽນແຜນການຂອງ ທ່ານ ປະທານາທິບໍດີ ອາເມລິກາ Donald Trump ທີ່ແນໃສ່ຢຸດຕິການປະທະກັນຢູ່ ຕາເວັນອອກກາງ
ນາ​ຍົກ​ລັດ​ຖະ​ມົນ​ຕີ ປາ​ແລັດ​ສະ​ຕິນ ຕຳ​ນິ​ຕິ​ຕຽນ​ແຜນ​ການ​ສ້າງ​ສັນ​ຕິ​ພາບ​ຢູ່ ​ຕາ​ເວັນ​ອອ​ກ​ກາງ​ຂອງ ອາ​ເມ​ລິ​ກາ - ảnh 1 ທ່ານນາຍົກລັດຖະມົນຕີ ປາແລັດສະຕິນ Mahammad Shtayyeh (ພາບ: TTXVN)

ທ່ານນາຍົກລັດຖະມົນຕີ ປາແລັດສະຕິນ Mahammad Shtayyeh ຖືວ່າ ແຜນການນີ້ “ບໍ່ແຕກຕ່າງຫຍັງກັບບົດບັນທຶກຊ່ວຍຈຳ” ລະຫວ່າງ ທ່ານ ປະທານາທິບໍດີ ອາເມລິກາ Donald Trump ແລະ ທ່ານ ນາຍົກລັດຖະມົນຕີ ອິດສະລາແອນBenjamin Netanyahu.

ກ່າວຄຳເຫັນທີ່ກອງປະຊຸມຄວາມໝັ້ນຄົງ Munich ຢູ່ ເຢຍລະມັນ, ທ່ານ ນາຍົກລັດຖະມົນຕີ Mahammad Shtayyeh  ຖືວ່າ ແຜນການໂດຍທ່ານ Donald Trump ສະເໜີຈະເຮັດໃຫ້ປະເທດ ປາແລດສະຕີນໃນອະນາຄົດຖືກຕັດແຍກ ແລະ ບໍ່ມີອະທິປະໄຕ, ໃນຂະນະນັ້ນກໍ່ອະນຸຍາດໃຫ້ ອິດສະລາແອັນ ໂຮມບັນດາເຂດດິນແດນອັນໃຫຍ່ຫຼວງຢູ່ ເຂດຝັ່ງຕາເວັນຕົກເຂົ້າກັບປະເທດນີ້.  ທ່ານ ນາຍົກລັດຖະມົນຕີ ປາແລັດສະຕິນ Mahammad Shtayyeh ກໍ່ກະຕຸກຊູກຍູ້ ໃຫ້ປະເທດຕ່າງໆ ປະຕິເສດຂໍ້ສະເໜີຂອງ ທ່ານປະທານາທິບໍດີ ອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ